ຂ່າວສານ

ຜູ້ເຂົ້າຮ່ວມງານປະກວດ “ສຽງເພງອາຊຽນ+3” ໄປທ່ອງທ່ຽວຢູ່ອ່າວຮ້າລອງ

      ໃນຂອບເຂດບັນດາການເຄື່ອນໄຫວຂອງງານປະກວດສຽງເພງອາຊຽນ+3” ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງຂຶ້ນ,  ຕອນເຊົ້າວັນທີ 27 ກໍລະກົດ, ບັນດາຜູ້ເຂົ້າຮ່ວມງານປະກວດ ແລະ ບັນດາຜູ້ແທນ, ແຂກຖືກເຊີນ ໄດ້ໄປທ່ອງທ່ຽວຢູ່ອ່າວຮ້າລອງ ແລະ ຕອບສະໜອງບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວ ເພື່ອແນໃສ່ແຜ່ຂະຫຍາຍສານທີ່ວ່າທ່ອງທ່ຽວຂຽວໄປສູ່ວົງຄະນາຍາດ.

ຜູ້ເຂົ້າຮ່ວມງານປະກວດ “ສຽງເພງອາຊຽນ+3” ໄປທ່ອງທ່ຽວຢູ່ອ່າວຮ້າລອງ
      ນັກຮ້ອງ Hamabata Yohe ມາຈາກຍີ່ປຸ່ນ ໃຫ້ຮູ້ວ່າ:
  ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາທ່ຽວອ່າວຮ້າລອງ. ຂ້າພະເຈົ້າບໍ່ເຄີຍພົບເຫັນທິວທັດທຳມະຊາດທີ່ສວຍງາມ ດ້ວຍບັນດາເຂດເກາະທີ່ຂຽວອຸ່ມທຸ່ມ ແລະ ຮົ່ມເຢັນ, ບັນດາພູຫີນທີ່ສູງສະຫງ່າ, ໃຫ່ຍໂຕມະໂຫຖານ,  ງາມເໝືອນດັ່ງພາບແຕ້ມຄືແນວນີ້ຢູ່ປະເທດຕົນເທື່ອ. ຂ້າພະເຈົ້າຢາກແນະນຳບັນດາສິ່ງທີ່ປະທັບໃຈຢູ່ອ່າວຮ້າລອງ ໃຫ້ປະຊາຊົນຍີ່ປຸ່ນ ໄດ້ຮັບຊາບ.
            ບັນດາຜູ້ເຂົ້າຮ່ວມງານປະກວດສຽງເພງອາຊຽນ +3 ມີຄວາມປະຫລາດໃຈທີ່ສຸດ ເມື່ອໄດ້ຮັບຊົມທິວທັດທຳມະຊາດຂອງໜຶ່ງໃນບັນດາມໍລະດົກທຳມະຊາດໂລກ ໂດຍ UNESCO ຮັບຮອງເອົາ. ນັກຮ້ອງ Jansen Daryl Ann ມາຈາກ ສິງກະໂປ ໃຫ້ຮູ້ວ່າ:
          “ຫວຽດນາມ ແມ່ນປະເທດສວຍສົດງົດງາມ, ແຕ່ສະໜາມບິນໄປຮອດໂຮງແຮມ, ຂ້າພະເຈົ້າໄດ້ລົງພຶດຕິກຳຕົວຈິງເປັນໜ້າຈັບໃຈ, ຄວາມງາມວັດທະນະທຳຂອງປະເທດ ຫວຽດນາມ ແລະ ພິເສດແມ່ນການໄປທ່ອງທ່ຽວຢູ່ອ່າວຮ້າລອງ. ນີ້ເປັນຄັ້ງທຳອິດ, ຂ້າພະເຈົ້າມາ ຫວຽດນາມ ແຕ່ຂ້າພະເຈົ້າໄດ້ຮູ້ກ່ຽວກັບອ່າວຮ້າລອງ ຜ່ານບັນດາພາຫະນະສື່ມວນຊົນແລ້ວ

 ນັກຮ້ອງ Jansen Daryl Ann ມາຈາກ ສິງກະໂປ
      ບັນດາຜູ້ເຂົ້າຮ່ວມງານປະກວດໄດ້ລາຍສົດ (livestream) ການໄປທ່ອງທ່ຽວຢູ່ອ່າວຮ້າລອງ ຢູ່ໃນທາງສື່ສັງຄົມອອນລາຍຂອງຕົນ. ທ່ານ Mazic ຜູ້ຄຸ້ມຄອງຂອງນັກຮ້ອງ Kip Hafizuddin ມາຈາກ Bruney ແບ່ງປັນວ່າ:
   ຂ້າພະເຈົ້າໄດ້ລາຍສົດ (livestreamໃນຊ່ອງ youtube ຂອງຕົນ ແລະ ໂຄສະນາໃນຫຼາຍຊ່ອງ, ຫຼາຍ fanpage ອື່ນຂອງຕົນອີກດ້ວຍ. ຂ້າພະເຈົ້າເຫັນວ່າ ທິວທັດທຳມະຊາດຢູ່ນີ້ສວຍງາມທີ່ສຸດ, ມີເກາະຫຼາຍແຫ່ງທີ່ຂ້າພະເຈົ້າບໍ່ທັນເຫັນຢູ່ໃສເລີຍ. ຂ້າພະເຈົ້າຢາກແນະນຳຈຸດນັດພົບທີ່ສວຍງາມທີ່ສຸດແຫ່ງນີ້ ຕໍ່ເພື່ອນມິດຂອງຂ້າພະເຈົ້າໃນທົ່ວໂລກ.

ນັກຮ້ອງ ສ ເກົາຫຼີ
ນອກຈາກນັ້ນແລ້ວ, ບັນດາຜູ້ເຂົ້າຮ່ວມງານປະກວດ ສຽງເພງອາຊຽນ+3” ກໍ່ພ້ອມກັບຊ່ອງໂທລະພາບທ່ອງທ່ຽວ Vietnam Journey ຂອງວິທະຍຸກະຈາຍສຽງຫວຽດນາມ ແຜ່ຂະຫຍາຍສານທີ່ວ່າ “ທ່ອງທ່ຽວຂຽວ” ໄປສູ່ວົງຄະນາຍາດ, ຈຳກັດການຖີ້ມຂີ້ເຫຍື້ອ ແລະ ການກະທົບທີ່ຫຍໍ້ທໍ້ຕໍ່ສິ່ງແວດລ້ອມ, ປົກປັກຮັກສາເຂດທິວທັດທຳມະຊາດທ່ອງທ່ຽວຍາມໃດກໍ່ສະອາດງາມຕາ.
 
(ແຫຼ່ງຄັດຈາກ VOV)

top