ພື້ນຖານເສດຖະກິດໂລກພວມ “ດີກວ່າຄວາມວິຕົກກັງວົນ, ແຕ່ກໍບໍ່ດີກວ່າລະດັບທີ່ພວກເຮົາຕ້ອງການ”.
ສຳນັກງານກອງທຶນເງິນຕາສາກົນ (ພາບປະກອບ: THX/TTXVN)
ວັນທີ 08 ຕຸລາ, ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດທົ່ວໂລກພວມເຄື່ອນໄຫວເປັນຢ່າງດີກວ່າການຄາດຄະເນ, ນັບທັງເມື່ອຕ້ອງປະເຊີນໜ້າກັບຄວາມຂາດສະຖຽນລະພາບທີ່ແກ່ຍາວ ແລະ ແງ່ຫວັງການເຕີບໂຕໄລຍະກາງທີ່ບໍ່ມີຄວາມປະເອີບໃຈ.
ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຢູ່ ວໍຊິງຕັນ, ອາເມລິກາ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ IMF ຊີ້ແຈ້ງວ່າ ພື້ນຖານເສດຖະກິດໂລກພວມ “ດີກວ່າຄວາມວິຕົກກັງວົນ, ແຕ່ກໍບໍ່ດີກວ່າລະດັບທີ່ພວກເຮົາຕ້ອງການ”. ທ່ານນາງໃຫ້ຮູ້ຕື່ມອີກວ່າ ປະຈຸບັນ IMF ຄາດວ່າລະດັບເຕີບໂຕທົ່ວໂລກພຽງແຕ່ຊັກຊ້າລົງໜ້ອຍໜຶ່ງໃນປີນີ້ ແລະ ປີຕໍ່ໄປ, ດ້ວຍການເຕີບໂຕຮັກສາຢູ່ລະດັບປະມານ 3% ໃນໄລຍະກາງ, ຍ້ອນບັນດາເງື່ອນໄຂທີ່ດີກວ່າການຄາດຄະເນຢູ່ ອາເມລິກາ, ປະເທດພັດທະນາຈຳນວນໜຶ່ງ ພ້ອມກັບບັນດາຕະຫຼາດຫາກໍ່ພົ້ນເດັນ ແລະ ພວມພັດທະນາອື່ນໆ.