ຂ່າວສານ

ຜູ້ມີອຳນາດເຕັມ ອົດສະຕາລີ David Hurley ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການ

ທ່ານຜູ້ມີອຳນາດເຕັມ David Hurley ຈະວາງພວງມາລາຢູ່ ອະນຸສາວາລີບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ວາງພວງມາລາ ແລະ ເຂົ້າໄຫວ້ອາໄລສຸສານປະທານໂຮ່ຈີມິນ.
  ພິທີຕ້ອນຮັບຜູ້ມີອຳນາດເຕັມ David Hurley ຢູ່ສະໜາມບິນ  

ຕອນບ່າຍວັນທີ 3 ເມສາ, ເຮືອບິນນຳສົ່ງທ່ານ David Hurley, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ແລະ ທ່ານນາງພັນລະຍາ Linda Hurley, ພ້ອມກັບຄະນະຜູ້ແທນ ອົດສະຕາລີ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ, ເລີ່ມຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 3 – 6 ເມສາ ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງປະມຸກລັດຕ່າງປະເທດມາຍັງ ຫວຽດນາມ ໃນປີ 2023 ນີ້ ແລະ ແມ່ນແຂກຕ່າງປະເທດຄົນທຳອິດຂອງທ່ານປະທານປະເທດ ຫວໍວັນເຖືອງ ໃນຖານະຕຳແໜ່ງໃໝ່.

ຕາມແຜນການແລ້ວ, ທ່ານຜູ້ມີອຳນາດເຕັມ David Hurley ຈະວາງພວງມາລາຢູ່ ອະນຸສາວາລີບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ວາງພວງມາລາ ແລະ ເຂົ້າໄຫວ້ອາໄລສຸສານປະທານໂຮ່ຈີມິນ; ເຂົ້າຮ່ວມພິທີຕ້ອນຮັບທາງການ ແລະ ເຈລະຈາກັບທ່ານປະທານປະເທດ ຫວໍວັນເຖືອງ; ພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ. ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານຜູ້ມີອຳນາດເຕັມ David Hurley ຈະໄປຢ້ຽມຢາມກຳລັງຮັກສາສັນຕິພາບ ຫວຽດນາມ… ທ່ານ ຜູ້ມີອຳນາດເຕັມແຫ່ງອົດສະຕາລີ David Hurley ແລະ ພັນລະຍາຈະເຂົ້າຮ່ວມບາງເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງຝ່າຍ (26/2/1973 – 26/2/2023) ເພື່ອຮັບຮູ້ບັນດາຜົນງານແຫ່ງການຮ່ວມມືລະຫວ່າງສອງປະເທດ; ການພົວພັນແລກປ່ຽນການສຶກສາ, ປະຊາຊົນສອງປະເທດຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ; ພົບປະກັບບັນດາອະດີດນັກສຶກສາເຄີຍຮ່ຳຮຽນຢູ່ ອົດສະຕາລີ, ຢ້ຽມຢາມບັນດາຮາກຖານການສຶກສາຢູ່ນະຄອນ ໂຮ່ຈີມິນ.

 


top