ຂ່າວສານ

ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປະກາດຫາຍດີເປັນປົກກະຕິຕື່ມອີກ10 ຄົນ

      ໄລ່ມາຮອດຈຸດເວລານີ້, ຢູ່ ຫວຽດນາມ ມີ 85 ຄົນຕິດເຊື້ອໂຄວິດ 19 ໄດ້ຮັບການປະກາດຫາຍດີເປັນປົກກະຕິ.

ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປະກາດຫາຍດີເປັນປົກກະຕິຕື່ມອີກ10 ຄົນ
      ຕາມຂໍ້ມູນຂ່າວຈາກອະນຸກຳມະການປິ່ນປົວ, ຂຶ້ນກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19, ວັນທີ 03 ເມສາ 2020, ທົ່ວປະເທດມີຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປະກາດຫາຍດີເປັນປົກກະຕິຕື່ມອີກ 10 ຄົນ. ໃນນັ້ນ 7 ຄົນໄດ້ປິ່ນປົວຢູ່ໂຮງໝໍທົ່ວໄປຂອງແຂວງ ບີ່ງທ້ວນ ແລະ 3 ຄົນແມ່ນປິ່ນປົວຢູ່ໂຮງໝໍປິ່ນປົວໂຄວິດ-19 ເກິ່ນເຢີ່.
     ດັ່ງນັ້ນ, ໄລ່ມາຮອດຈຸດເວລານີ້, ຢູ່ ຫວຽດນາມ ມີ 85 ຄົນຕິດເຊື້ອໂຄວິດ 19 ໄດ້ຮັບການປະກາດຫາຍດີເປັນປົກກະຕິ.
 (ແຫຼ່ງຄັດຈາກ VOV)
 


top