ພາບຊີວິດ

“ຜູ້ຍິງໃຈເພັດ” ຂອງວົງການຍິງປືນ ອາຊີ

“ຜູ້ຍິງໃຈເພັດ” ເປັນນາມມະຍົດທີ່ເພື່ອນຮ່ວມງານ ແລະ ລູກສິດມອບໃຫ້ແກ່ນາງ ຫງວຽນທິຍຸງ, ຫົວໜ້າຄະນະຍິງປືນ (ກົມ ໃຫຍ່ ກາຍຍະບໍລິຫານ ແລະ ກິລາ), ທັງເປັນຄູຝຶກທິມຍິງປືນ ຫວຽດ ນາມ ຫງວຽນທິຍຸງ. ປະຈຸບັນ, ຄູຝຶກ ຫງວຽນທິຍຸງ ຍັງເປັນ ຫົວໜ້າ ຄະນະຍິງປຶນຄົນດຽວ ຂອງ ອາຊີ ພາທິມຊາດ ໄປເຂົ້າຮ່ວມໃນ ການ ແຂ່ງຂັນຍິງປືນ  11 ປີຢ່າງຕໍ່ເນື່ອງ ແລະ ຍາດໄດ້ຫຼາຍ ຜົນ ງານດີເດັ່ນ.
ນາງ ຫງວຽນທິຍຸງ ຖືກຄັດເລືອກເຂົ້າທິມຍິງປືນ ຫວຽດນາມ ເມື່ອ ອາຍຸ ພຽງ 14 ປີ. ຕັ້ງແຕ່ນັ້ນມາ, ຊີວິດຂອງລາວ ຕິດແໜ້ນ ກັບ ກິລາ ຍິງປືນ ມາໂດຍຕະຫຼອດ.
 
ແຕ່ປີ 1977-1983, ໃນຂະນະເປັນນັກກິລາ ຍິງປືນ, ຫງວຽນທິຍຸງ ບໍ່ມີຄູ່ຕໍ່ສູ້ ໃນປະເພດປືນສັ້ນ 25 ແມັດຢູ່ພາຍໃນປະເທດ. ເວລານີ້, ສະຫະພັນຍິງປືນໂລກ ຕັດສິນໃຈຕັດ ປະເພດປືນສັ້ນ 25 ແມັດ ເພດຍິງ ອອກ.
 
ເຊົາເປັນນັກກິລາຍິງປືນ, ນາງ ຫງວຽນທິຍຸງ ຕັດສິນໃຈໄປຮຽນ ເປັນຄູຝຶກສະເພາະຂະແໜງວິຊາຍິງປືມຢູ່ໂຮງຮຽນກາຍຍະບໍລິຫານ ແລະ ກິລາ ມົສກູ. 


ຄູຝຶກ ຫງວຽນທິຍຸງ, ຫົວໜ້າວິຊາຍິງປືນ (ກົມໃຫຍ່ ກາຍຍະ ບໍລິ ຫານ ແລະ ກິລາ),
ທັງເປັນຄູຝຶກທິມຊາດ ຍິງປືນ ຫວຽດນາມ. ພາບ: ເຕິດເຊີນ



ຄູຝຶກ ຫງວຽນທິຍຸງ ແລະ ນັກກິລາ ຮວ່າງຊວນວິງ ທີ່ສະໜາມ ຍິງປືນ,
ສູນຝຶກອົບຮົມກິລາແຫ່ງຊາດ ກ່ອນຈະເດີນທາງໄປ ເຂົ້າ ຮ່ວມ
Sea Games 29. ພາບ: ເຕິດເຊີນ



ຄູຝຶກ ຫງວຽນທິຍຸງ ແລະ ບັນດານັກກິລາຍິງປືນ ກຳລັງຝຶກແອບ ທີ່ສະໜາມຍິງປືນ
(ສູນຝຶກອົບຮົມກິລາແຫ່ງຊາດ) ເພື່ອກະກຽມໃຫ້ 
Sea Games 29
ທີ່ຈະໄຂຂຶ້ນຢູ່ ມາເລເຊຍ ແຕ່ວັນທີ 19-31 ສິງຫາ 2017. ພາບ: ເຕິດເຊີນ



ຄູຝຶກ ຫງວຽນທິຍຸງ ສອນວິທີ ຍິງປືນໃຫ້ແກ່ ບັນດາ ນັກກິລາຍິງປືນ
ທີ່ສູນຝຶກອົບຮົມກິລາແຫ່ງຊາດ. ພາບ: ເຕິດເຊີນ



ຄູຝຶກ ຫງວຽນທິຍຸງ ມອບຂອງຂວັນໃຫ້ແກ່ເດັກນ້ອຍ ທີ່ມີສະພາບ ຫຍຸ້ງຍາກ ຊຶ່ງກຳລັງ ປິ່ນປົວ ທີ່ສະຖາບັນໂລຫິດສາດ-ສົ່ງເລືອດ ສູນກາງ (ຮ່່່າໂນ້ຍ) ໃນລາຍການເພື່ອການກຸສົນ: “ກຽດສະຫງ່າ ແລະ ຄວາມຮູ້ບຸນຄຸນ”
ໂດຍນັກກິລາຍິງປືນ ຮວ່າງຊວນວິງ ແລະ ຄູຝຶກ ຫງວຽນທິຍຸງ ພ້ອມກັບຜູ້ຕາງໜ້າບັນດາວິສາຫະກິດ
ແລະ ເອກະຊົນຈັດຂຶ້ນ. ພາບ: ກວກແຄງ

ຄົບຮອບ 1 ປີ, ໃນ Olympic Rio 2016 (Brazil) ຊາວ ຫວຽດ ນາມ ຫຼາຍລ້ານຄົນ ທີ່ມັກຮັກກິລາ ມີຄວາມຮູ້ສຶກຕື່ນເຕັ້ນລໍຄອຍ ແລະ ດີໃຈສຸດໆ ເມື່ອນັກກິລາຍິງປືນ ຮວ່າງຊວນວິງ ທຳລາຍສະຖິຕິ Olympic ດ້ວຍຜົນງານ 202,5 ຄະແນນ ພາຍຫຼັງການຍິງ 20 ຄັ້ງ ແລະ ຍາດໄດ້ຫຼຽນຄຳ Olympic  ຫຼຽນທຳອິດໃນປະຫວັດສາດມາໃຫ້ແກ່ກິລາ ຫວຽດນາມ ໃນວັນທີ 7 ສິງຫາ 2016. ຫຼັງຈາກນັ້ນ 3 ວັນ, ນັກກິລາຍິງປືນ ຮວ່າງຊວນວິງ ກໍ່ຍາດໄດ້ຫຼຽນເງິນ  ໃນປະ ເພດປືນສັ້ນ ຍິງຊ້າ 50 ແມັດ. 
 
ໜ້ອຍຄົນຮູ້ໄດ້ວ່າ ເບື້ອງຫຼັງຫຼຽນຄຳ ທີ່ນັກກິລາຍິງປືນ ຮວ່າງຊວນ ວິງ ກໍ່ຄື ນັກກິລາຍິງປືນ ຫວຽດນາມ ຍາດໄດ້ ມີການປະກອບສ່ວນ ບໍ່ໜ້ອຍຂອງຄູຝຶກ ຫງວຽນທິຍຸງ.
 
ປີ 2006, ຄູ່ຝຶກ ຫງວຽນທິຍຸງ ໄດ້ຮັບຕຳແໜ່ງເປັນຫົວໜ້າຄູຝຶກທິມ ຍິງປືນ ຫວຽດນາມ ຢ່າງເປັນທາງການ. ໃນບົດບາດໃໝ່ນີ້ ເພິ່ນມີ ຫຼັກການ ຝຶກແອບທີ່ຈະແຈ້ງ ແລະ ເອກະລັກສະເພາະ. ເພິ່ນໃຫ້ຮູ້ ວ່າ: “ຄູຝຶກ ຕ້ອງເປັນຄົນຮູ້ໄດ້ວ່າ ເມື່ອໃດນັກກິລາ ຈະແຂ່ງຂັນ ດີທີ່ ສຸດ”. ເພາະສະນັ້ນ, ເມື່ອຍາດ ໄດ້ຜົນງານດັນຍອດຢ້ຽມທີ່ງານ ມະ ຫາກຳກິລາ, ນັກກິລາ ຮວ່າງຊວນວິງ ໄດ້ໄຂຄວາມໃນໃຈອອກ ມາ ວ່າ: “ເອື້ອຍ ຍຸງ ເວົ້າກັບ ຂ້າພະເຈົ້າວ່າ ເວລາໃດປະສົບຄວາມຫຍຸ້ງ ຍາກທີ່ສຸດ ເວລານັ້ນຕ້ອງມີຄວາມເຂັ້ມແຂງ ທີ່ສຸດ”. 


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະດັບຫຼຽນໄຊ ແຮງງານຊັ້ນ II ໃຫ້ແກ່ຄູຝຶກ ຫງວຽນທິຍຸງ
ໃນພິທີຍ້ອງຍໍສັນລະເສີນ
ບັນດານັກກິລາຍິງປືນທິມຊາດ ທີ່ຍາດໄດ້ຜົນງານດີເດັ່ນໃນ Olympic Rio 2016 (16/8/2016). ພາບ: ຖົ໋ງເຍິດ



ພິທີຕ້ອນຮັບຄະນະນັກກິລາຍິງປືນທິມຊາດກັບມາແຕ່ Olympic Rio 2016 
ທີ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ມິງເຊີນ



ກອງເຊຍກະກຽມຮູບ, ທຸງຊາດ ແລະ ດອກໄມ້ເພື່ອຕ້ອນຮັບ ຄົນເກັ່ງຮວ່າງຊວນວິງ ແລະ ຄູຝຶກ ຫງວຽນທິຍຸງ
ຢູ່ສະໜາມ ບິນ ສາກົນໂນ້ຍບ່າຍ ໃນຕອນຄ່ຳວັນທີ
14 ສິງຫາ 2016. ພາບ: ມິງເຊີນ

 

ເຖິງວ່າ ໄດ້ຊ່ວຍເຫຼືອຄະນະນັກກິລາຍິງປືນທິມຊາດ ຍາດໄດ້ຜົນ ງານທີ່ພົ້ນເດັ່ນ ແລະ ຫາກໍ່ຮັບຕຳແໜ່ງເປັນເລຂາທິການໃຫຍ່ສະ ຫະພັນຍິງປືນ ຫວຽດນາມ ໄລຍະ 2016-2020, ແຕ່ຄູຝຶກ ຫງວຽນ ທິຍຸງ ໃຫ້ຮູ້ວ່າ ຄວາມກົດດັນຂອງຕົນຍັງຢູ່ຕໍ່ໜ້າ: “ເມື່ອຍາດໄດ້ ຜົນງານອັນຍອດຢ້ຽມຢູ່ແລ້ວ, ເຮົາຕ້ອງທຳລາຍສະຖິຕິຂອງຕົນ, ນັ້ນແມ່ນຄວາມກົດດັນທີ່ຜູ້ໃດກໍ່ຮູ້”. ເພາະສະນັ້ນ ເຖິງວ່າ ອາຍຸຈະ ລ່ວງກາຍ 50 ປີແລ້ວ, ແຕ່ຄູຝຶກ ຫງວຽນທິຍຸງ ຍັງຫວັງວ່າ ຈະມີ ຮວ່າງຊວນວິງ ຜູ້ທີສອງໃນອະນາຄົດ, ຈະມີສະໜາມຍິງປືນ ທີ່ ທັນ ສະໄໝ ແລະ ຍິງປືນ ຫວຽດນາມ ຈະຍາດໄດ້ຫຼາຍຜົນງານທີ່ ຍອດຢ້ຽມກວ່າເກົ່າ ໃນເວທີສາກົນ. 


 

ຄູຝຶກຍິງປືນ ຫວຽດນາມ ຫງວຽນທິຍຸງ ຊ່ວຍໃຫ້ທິມຊາດ ຍາດໄດ້ ຫຼາຍຜົນງານດີເດັ່ນໃນຕະຫຼອດເວລາ 11 ປີຜ່ານມາຄື: ຫຼຽນເງິນ 1 ຫຼຽນ, ຫຼຽນທອງ 1 ຫຼຽນ ທີ່ ASIAD 15; ຫຼຽນເງິນ 1 ຫຼຽນ, ຫຼຽນ ທອງ 1 ຫຼຽນທີ່ ASIAD 16; ຮວ່າງຊວນວິງ ຍາດໄດ້ ຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 1 ຫຼຽນທີ່ Olympic Rio 2016 (ບຣາຊິນ).

 
ບົດ: ຖາວວີ-ພາບ: ເຕິດເຊີນ, ຖົ໋ງເຍິດ, ກວກແຄງ, ມິງເຊີນ

top