ຂ່າວສານ

ຜູ້ຊ່ຽວຊານສາກົນໃຫ້ຂໍ້ສັງເກດວ່າ ຂະແໜງສົ່ງອອກຂອງຫວຽດນາມ ກຳລັງຟື້ນຟູ ແລະ ສືບຕໍ່ມີຄວາມຈະເລີນເຕີບໂຕ

ໃນ 4 ເດືອນຕົ້ນປີນີ້, ຍອດວົງເງິນສົ່ງອອກນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸກ່ວາ 240 ຕື້ USD.

   (ພາບປະກອບ: baochinhphu.vn)  

ໃນອາທິດຜ່ານມາ, ສື່ມວນຊົນສາກົນ ມີຫຼາຍບົດຂຽນຕີລາຄາໝາກຜົນການສົ່ງອອກນຳເຂົ້າຂອງຫວຽດນາມ ໄດ້ນຳມາເຊິ່ງຫຼາຍສັນຍານທີ່ຕັ້ງໜ້າ ໃຫ້ແກ່ວິສາຫະກິດ ແລະ ທັງພື້ນຖານເສດຖະກິດ.

ໃນ 4 ເດືອນຕົ້ນປີນີ້,  ຍອດວົງເງິນສົ່ງອອກນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸກ່ວາ 240 ຕື້ USD, ໃນນັ້ນ, ການສົ່ງອອກເກີນດຸນແມ່ນ 2.53 ຕື້ USD. ໜັງສືພິເສດຖະກິດ TIMVEST ຂອງສະວິດໃຫ້ຂໍ້ສັງເກດວ່າ ການນຳເຂົ້າສົ່ງອອກຂອງຫວຽດນາມ ສືບຕໍ່ມີການຈະເລີນເຕີບໂຕຢ່າງແຮງໃນເດືອນເມສາຜ່ານມາ, ໃນສະພາບການທີ່ເສດຖະກິດສືບຕໍ່ມີການຟື້ນຟູຢ່າງແຮງ. ໃນຂະນະນັ້ນ, ໜັງສືພິມໂລກການເງິນຂອງເຢຍລະມັນ ມີບົດຂຽນເນັ້ນໜັກວ່າ ຫວຽດນາມ ໄດ້ເປີດປະຕູພາຍຫຼັງໂລກລະບາດໂຄວິດ 19 ໄດ້ຄວບຄຸມ, ທຸກຂະແໜງການລ້ວນແຕ່ມີສັນຍານພັດທະນາດີຂຶ້ນ. ປີນີ້, ການສົ່ງອອກຂອງຫວຽດນາມ ຈະບັນລຸສະຖິຕິໃໝ່.

ສື່ມວນຊົນ ແລະ ບັນດານັກຊ່ຽວຊານສານກົນໃຫ້ຂໍ້ສັງເກດວ່າ, ດ້ວຍນະໂຍບາຍເປີດປະຕູ, ຮັບມືຢ່າງມີໄຫວພິບນັ້ນ, ບັນດາການເຄື່ອນໄຫວທຳການຜະລິດຂອງຫວຽດນາມ ພວມສືບຕໍ່ໄດ້ຍູ້ແຮງ, ເປີດກ້ວາງ, ແມ່ນກຳລັງໜູນທີ່ສຳຄັນໃຫ້ແກ່ການຟື້ນຟູເສດຖະກິດ. ນີ້ກໍ່ແມ່ນໄມ້ງັດຊ່ວຍການນຳເຂົ້າສົ່ງອອກ ແລະ ດຶງດູດເງິນລົງທຶນຕ່າງປະເທດຂອງຫວຽດນາມ ສືບຕໍ່ມີຄວາມຈະເລີນເຕີບໂຕໃນໄລຍະທີ່ຈະມາເຖິງ.



top