ຂ່າວສານ

ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ

ກ່າວຄຳເຫັນທີ່ກອງປະຊຸມທາງໄກທົ່ວປະເທດລະຫວ່າງລັດຖະບານກັບທ້ອງຖິ່ນຕ່າງໆກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ ເດືອນມີນາ ແລະ ໄຕມາດທີ I ປີ 2022, ເຊິ່ງໄດ້ຈັດຂຶ້ນໃນວັນທີ 5 ເມສາຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ໃນໄລຍະຈະມາເຖິງ ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນສະພາບການຂອງໂລກກະທົບໃສ່, ມີຄວາມຫຍຸ້ງຍາກພາຍໃນ ແລະ ອາດຈະມີຄວາມຫຍຸ້ງຍາກທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຄວນຕັດສິນໃຈສູງກ່ວາອີກ, ຄັດເລືອກຈຸດສຸມ ເພື່ອຊີ້ນຳ, ບໍລິຫານ… ປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ ສັງຄົມຢ່າງມີປະສິດທິຜົນ.

ກ່າວຄຳເຫັນທີ່ກອງປະຊຸມທາງໄກທົ່ວປະເທດລະຫວ່າງລັດຖະບານກັບທ້ອງຖິ່ນຕ່າງໆກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ ເດືອນມີນາ  ແລະ ໄຕມາດທີ I ປີ 2022, ເຊິ່ງໄດ້ຈັດຂຶ້ນໃນວັນທີ 5 ເມສາຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ໃນໄລຍະຈະມາເຖິງ ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນສະພາບການຂອງໂລກກະທົບໃສ່,  ມີຄວາມຫຍຸ້ງຍາກພາຍໃນ ແລະ ອາດຈະມີຄວາມຫຍຸ້ງຍາກທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຄວນຕັດສິນໃຈສູງກ່ວາອີກ, ຄັດເລືອກຈຸດສຸມ ເພື່ອຊີ້ນຳ, ບໍລິຫານ… ປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ ສັງຄົມຢ່າງມີປະສິດທິຜົນ.

    

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ເຢືອງຢາງ)

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງແລ້ວ, ໃນໄຕມາດທີ I ປີ 2022, ສະພາບການສາກົນມີການຜັນແປໃໝ່ຄື: ການປະທະກັນຢູ່ຢູແກຼນ, ຢູ່ບາງປະເທດ ໄພເງິນເຟີ້ເພີ່ມຂຶ້ນສູງ, ຄ່າວັດສະດຸສົ້ນເຂົ້າ, ຄ່ານ້ຳມັນໂລກເພີ່ມຂຶ້ນ, ຄ່າການບໍລິການ Logistics ເພີ່ມຂຶ້ນ… ໄດ້ກໍ່ຜົນກະທົບ, ສະທ້ອນໂດຍກົງຕໍ່ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ປະເທດກໍ່ປະສົບກັບຄວາມຫຍຸ້ງຍາກພາຍໃນ; ບັນດາບັນຫາຍັງຄົງຄ້າງໃນຫຼາຍປີຕ້ອງໄດ້ຮັບການແກ້ໄຂ ແລະ ບັນຫາໃໝ່ເກີດຂຶ້ນຫຼາຍຢ່າງ ຄື: ການລະເມີດທີ່ກ່ຽວຂ້ອງເຖິງຕະຫຼາດອະສັງຫາລິມະຊັບ, ຕະຫຼາດຫຼັກຊັບ, ຫຸ້ນວິສາຫະກິດ, ບັນຫາສິ່ງແວດລ້ອມ, ສະພາບການຄ້າເຖື່ອນ, ສໍ້ໂກງການຄ້າ…ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການຊີ້ນຳ, ນຳພາຂອງ ສູນກາງພັກ, ກົມການເມືອງ ເຊິ່ງນຳໜ້າແມ່ນທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ການບໍລິຫານຂອງລັດຖະບານ, ອຳນາດການປົກຄອງທຸກຂັ້ນ, ການສະໜັບສະໜູນ, ການເຂົ້າຮ່ວມ, ຕອບສະໜອງຂອງ ປະຊາຊົນ, ວິສາຫະກິດ, ສະພາບການພັດທະນາເສດຖະກິດ - ສັງຄົມບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊືນຊົມ. ສະພາບການໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, ຕົວເລກກ່ຽວກັບຜູ້ຕິດເຊື້ອມີອາການໜັກ ແລະ ເສຍຊີວິດລ້ວນແຕ່ຫຼຸດລົງ. ເສດຖະກິດ - ສັງຄົມມີການຟື້ນຟູໂດຍໄວ ແລະ ມີການເຕີບໂຕດີພໍສົມຄວນ, ຫຼາຍທ້ອງຖິ່ນມີລະດັບການເຕີບໂຕປະມານ 10%. ເສດຖະກິດມະຫາພາກໄດ້ຮັບການຮັກສາທີ່ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຕະຫຼາດເງິນຕາ, ດອກເບ້ຍໄດ້ຮັກສາເປັນປົກກະຕິ, ຮັບປະກັນໄດ້ຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ໄປຄຽງຄູ່ກັນນັ້ນ, ການດຶງດູດເງິນລົງທຶນຈາກຕ່າງປະເທດ ແລະ ເງິນລົງທຶນຈາກສັງຄົມ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າ. ວິສາຫະກິດມີການພັດທະນາທີ່ເປັນໜ້າຊື່ນຊົມ, ດ້ວຍວິສາຫະກິດຈົດທະບຽນໃໝ່ ແລະ ກັບຄືນມາເຄື່ອນໄຫວຢູ່ຕະຫຼາດຄືນໃໝ່ 60.000 ແຫ່ງ. ຂົງເຂດການຄ້າ, ການບໍລິການໄດ້ຮັບການຟື້ນຟູຢ່າງຕັ້ງໜ້າ ແລະ ຟົດຟື້ນຄືນໃໝ່. ການໜູນຊ່ວຍສັງຄົມສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຮັບປະກັນ, ດ້ວຍຈຳນວນເງິນກ່ວາ 79.000 ຕື້ດົ່ງ ໄດ້ຈ່າຍເພື່ອໜູນຊ່ວຍປະຊາຊົນກ່ວາ 48,6 ລ້ານຄົນ ແລະ ຫົວໜ່ວຍທີ່ນຳໃຊ້ ແຮງງານ ກ່ວາ 742.000 ແຫ່ງ. ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄດ້ຮັບການຮັກສາ, ການເມືອງມີສະຖຽນລະພາບ. ການຮັກສາຄວາມໝັ້ນຄົງດ້ານການເມືອງ, ການຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄດ້ຮັບການຮັບປະກັນ. ວຽການການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ ໄດ້ຮັບການເພີ່ມທະວີ, ບັນລຸໄດ້ປະສິດທິຜົນ. ເພື່ອບັນລຸໄດ້ໝາກຜົນນີ້ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ປະຕິບັດແຜນນະໂຍບາຍ, ແນວທາງ, ມະຕິ, ຄຳສັ່ງຂອງພັກ, ສະພາແຫ່ງຊາດ, ລັດຖະບານຢ່າງເຂັ້ມງວດ. ລະບົບການເມືອງ ແລະ ປະຊາຊົນ, ວິສາຫະກິດຢູ່ບັນດາທ້ອງຖິ່ນ ໄດ້ມານະພະຍາຍາມ, ບືນຕົວຂຶ້ນ. ພິເສດ, ໄດ້ມີການສົມທົບກັນຜັນຂະຫຍາຍບັນດາໜ້າທີ່ລະຫວ່າງ ບັນດາກະຊວງ, ຂະແໜງການກັບບັນດາທ້ອງຖິ່ນ ຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ຂໍ້ສັງເກດກ່ຽວກັບສະພາບການໃນໄລຍະຈະມາເຖິງວ່າຍັງມີບັນດາສິ່ງຄົງຄ້າງ, ຄວາມຫຍຸ້ງຍາກ, ຄວາມສ່ຽງຫຼາຍຢ່າງ. ນັ້ນແມ່ນ: ໂລກລະບາດຍັງມີການຜັນແປຢ່າງສັບສົນ. ກຳລັງດັນກ່ຽວກັບໄພເງິນເຟີ້ເພີ່ມຂຶ້ນສູງ, ການປ່ອຍເງິນລົງທຶນສາທາລະນະຍັງຊັກຊ້າ, ໜິ້ເສຍມີແນວໂນ້ມເພີ່ມຂຶ້ນ. ຕະຫຼາດຫຼັກຊັບ, ອະສັງຫາລິມະຊັບ, ຫຸ້ນວິສາຫະກິດຊ້ອນແຝງໄປດ້ວຍຄວາມສຽງ. ຊີວິດການເປັນຢູ່ ສ່ວນໜຶ່ງ ຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກ, ເຮືອນຢູ່ຂອງຜູ້ອອກແຮງງານຢູ່ບາງບ່ອນຍັງບໍ່ໄດ້ຮັບການແກ້ໄຂໄດ້ດີ. ໄພທຳມະຊາດຍັງຊ້ອນແຝງຄວາມຜິດປົກກະຕິ… ໄປຄຽງຄູ່ກັນນັ້ນ, ບາງຕະຫຼາດໃຫຍ່ຂອງ ຫວຽດນາມ ພວມມີການເໜັງຕິງໃໝ່ ກໍ່ຜົນສະທ້ອນຕໍ່ວິວັດການຮ່ວມມື, ພັດທະນາກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ນຳບັນດາຂະແໜງການ, ທ້ອງຖິ່ນສຸມໃສ່ 12 ກຸ່ມໜ້າທີ່, ວິທີການແກ້ໄຂຫຼັກ. ຕາມນັ້ນແລ້ວ, ຫວຽດນາມ ສືບຕໍ່ປະຕິບັດບັນດາມະຕິສູນກາງພັກໃຫ້ເປັນຢ່າງດີ, ເປັນຕົ້ນແມ່ນບົດສະຫຼຸບຂອງກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XIII, ໂຄງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ, ບັນດາມະຕິຂອງລັດຖະບານ ກ່ຽວກັບການຍູ້ແຮງການຜະລິດ, ດຳເນີນທຸລະກິດ, ການປ່ຽນແປງໃໝ່, ປະດິດຄິດສ້າງ. ໄປຄຽງຄູ່ກັນນັ້ນແມ່ນ ຮັກສາ ສະຖຽນລະພາບຂອງເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງໃຫຍ່. ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ, ຖືນີ້ແມ່ນໜ້າທີ່ຈຸດສຸມ. ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ. ໝູນໃຊ້ສັນຍາການຄ້າເສລີ (FTA) ສະບັບຕ່າງໆເພື່ອເປີດກວ້າງຕະຫຼາດສົ່ງອອກ. ຊຸກຍູ້ການຕະຫຼາດພາຍໃນປະເທດ. ສ້າງໂຄງປະກອບຄືນໃໝ່, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງ ແລະ ຄວາມສາມາດຕ້ານຢັນຂອງພື້ນຖານເສດຖະກິດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຍູ້ແຮງການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ເສດຖະກິດຂຽວ, ເສດຖະກິດໝູນວຽນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະຕິບັດຄຳໝັ້ນສັນຍາຢູ່ COP26. ຖືເປັນສຳຄັນການພັດທະນາວັດທະນະທຳ, ການສຶກສາ, ບຳລຸງສ້າງ, ຮັບປະກັນການໜູນຊ່ວຍສັງຄົມ, ເບິ່ງແຍງແລຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ ບໍ່ວ່າ ໃນສະພາບການໃດ.

ກ່ຽວກັບບັນດາໜ້າທີ່ໃນສະເພາະໜ້າ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ທົ່ວປະເທດສຸມໃສ່ຍູ້ແຮງຄວາມໄວໃນການຟື້ນຟູເສດຖະກິດ, ເປັນຕົ້ນແມ່ນການທ່ອງທ່ຽວ. ຊຸກຍູ້ການສັກວັກຊິນກັນໂຄວິດ - 19 ຕາມແຜນການ, ເປັນຕົ້ນແມ່ນການສັກວັກຊິນໃຫ້ ເດັກນ້ອຍໃນເກນອາຍຸແຕ່ 5 ຫາຕ່ຳກ່ວາ 12 ປີ. ຮັບປະກັນແຫຼ່ງສະໜອງແຮງງານ, ສຸມໃສ່ກວດກາຄືນໃໝ່, ປັບປຸງລະບອບລະບຽບການໃຫ້ສົມບູນແບບ, ປະຕິຮູບການປະຕິບັດລະບຽບການບໍລິຫານຮັບໃຊ້ປະຊາຊົນ, ວິສາຫະກິດ. ເພີ່ມທະວີວຽກງານຖະແຫຼງຂ່າວ, ສື່ສານເພື່ອສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ ແລະ ການຕໍ່ສູ້, ປະຕິເສດບັນດາຂ່າວຄາວທີ່ບໍ່ດີໃນສື່ສັງຄົມຕ່າງໆ. ເພີ່ມທະວີແນະນຳຂໍ້ມູນຂ່າວສານ, ແລກປ່ຽນ, ໂອ້ລົມສົນທະນາກ່ຽວກັບມາດຕະການພັດທະນາເສດຖະກິດ - ສັງຄົມ, ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ພັດທະນາວັດທະນະທຳທຽບເທົ່າກັບການພັດທະນາເສດຖະກິດ…ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງມີຄວາມເຊື່ອໝັ້ນ ແລະ ຫວັງວ່າ ໃນໄຕມາດທີ II ປີ 2022, ສະພາບການເສດຖະກິດ ສັງຄົມຂອງ ຫວຽດນາມ ຈະມີທ່າພັດທະນາຢ່າງແຮງ, ມີປະສິດທິຜົນ ແລະ ຍືນຍົງກ່ວາອີກ.

(ແຫຼ່ງຄັດຈາກ VOV)


top