ວິທີເຮັດວຽກຕ້ອງແທ້ຈິງກວ່າ, ຖືເປົ້າໝາຍເປັນການກຳນົດທິດ, ຖືຜະລິດຕະພັນແມ່ນໄມ້ວັດແທກ, ຫັນປ່ຽນຈາກຈິນຕະນາການໜ້າທີ່ມາເປັນຈິນຕະນາການໝາກຜົນ, ຈາກການເຮັດຫຼາຍ ມາເປັນ ເຮັດຖືກຕ້ອງ, ເຮັດສຳເລັດຕາມເປົ້າ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
ຕອນບ່າຍວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳຂອງລັດຖະບານ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ແຜນຮ່າງເລກທີ 6 (ຄະນະຊີ້ນຳ) ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ປີ 2026 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ດຳເນີນຢູ່ສຳນັກງານລັດຖະບານ ແລະ ເຊື່ອມຕໍ່ທາງໄກກັບ 34 ແຂວງ, ນະຄອນ. ກອງປະຊຸມແມ່ນເພື່ອແນໃສ່ຜັນຂະຫຍາຍບັນດາໜ້າທີ່, ວິທີການຈຸດສຸມຕາມຈິດໃຈ ເຊິ່ງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຊີ້ນຳແມ່ນ “ມີການກະທຳບຸກທະລຸ, ແຜ່ກະຈາຍໝາກຜົນ”.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຖືວ່າ ວິທີເຮັດວຽກຕ້ອງແທ້ຈິງກວ່າ, ຖືເປົ້າໝາຍເປັນການກຳນົດທິດ, ຖືຜະລິດຕະພັນແມ່ນໄມ້ວັດແທກ, ຫັນປ່ຽນຈາກຈິນຕະນາການໜ້າທີ່ມາເປັນຈິນຕະນາການໝາກຜົນ, ຈາກການເຮັດຫຼາຍ ມາເປັນ ເຮັດຖືກຕ້ອງ, ເຮັດສຳເລັດຕາມເປົ້າ; ຈາກການເຄື່ອນໄຫວມາເປັນມີຜະລິດຕະພັນລະອຽດ, ນັບວັດຈຳນວນໄດ້ ແລະ ມີມາດຖານເພື່ອຕີລາຄາ.
ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີບັນດາຜູ້ແທນສຸມໃສ່ປຶກສາຫາລືເຮັດແຈ້ງວຽກງານຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນແຫ່ງຊາດ ເປັນອັນລະອຽດ; ຍົກອອກບັນດາມາດຕະການທີ່ມີລັກສະນະບຸກທະລຸເພື່ອຊຸກຍູ້ການພັດທະນາເສດຖະກິດຂໍ້ມູນ, ປັນຍາປະດິດ, ພື້ນຖານດີຈີຕອນ, ບຸກຄະລາກອນດີຈີຕອນຢ່າງແຮງ.