ຂ່າວສານ

ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ໃຫ້ມີປະສິດທິຜົນ

ການຮ່ວມມືດ້ານປ້ອງກັນຊາດ ຍາມໃດກໍ່ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ລາວ.
(ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານພົນຕີ ສາຍໃຈ ກົມມະສິດ)

 ຕອນເຊົ້າວັນທີ 05 ມີນາ, ຢູ່ ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານພົນຕີ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເສນາທິການໃຫຍ່ກອງທັບປະຊາຊົນ ລາວ, ເນື່ອງໃນໂອກາດເປັນຫົວໜ້າຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ລາວ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 04 – 06 ມີນາ.

        ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດ ຍາມໃດກໍ່ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ລາວ. ທ່ານສະເໜີວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍການກຳນົດທິດການຮ່ວມມືລະຫວ່າງ 2 ປະເທດທີ່ບັນດາການພົບປະຂອງຜູ້ນຳໜ້າ 3 ພັກ ຫວຽດນາມ - ລາວ - ກຳປູເຈຍ ໃນເດືອນ ກຸມພາ 2025 ຜ່ານມາ ແລະ ບັນດາເນື້ອໃນຮ່ວມມືທີ່ການນຳກະຊວງປ້ອງກັນປະເທດ 2 ປະເທດໄດ້ເປັນເອກະພາບ.

        ສ່ວນທ່ານພົນຕີ ສາຍໃຈ ກົມມະສິດ, ໄດ້ສະແດງຄວາມຂອບໃຈກະຊວງປ້ອງກັນປະເທດ ຫວຽດນາມ ທີ່ໄດ້ໃຫ້ການໜູນຊ່ວຍ, ສະໜັບສະໜູນ ລາວ ດຳລົງຕຳແໜ່ງປີປະທານ ອາຊຽນ 2024 ຢ່າງສຳເລັດຜົນ.

        ກ່ອນໜ້ານັ້ນໃນວັນດຽວກັນ, ຢູ່ ຮ່າໂນ້ຍ, ທ່ານພົນເອກ ຫງວຽນເຕີນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນປະທານພິທີຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງລາວ ໂດຍທ່ານພົນຕີ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເສນາທິການໃຫຍ່ກອງທັບປະຊາຊົນ ລາວ ເປັນຫົວໜ້າຄະນະ. ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍໄດ້ດຳເນີນການໂອ້ລົມເຈລະຈາ.

        ທີ່ການໂອ້ລົມເຈລະຈາ, ທ່ານພົນເອກ ຫງວຽນເຕີນເກືອງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມລະຫວ່າງການນຳກະຊວງປ້ອງກັນປະເທດ 2 ປະເທດ, 2 ຝ່າຍເປັນເອກະພາບສຸມໃສ່ຊຸກຍູ້ການພົວພັນຮ່ວມມືເຂົ້າບັນດາເນື້ອໃນຈຸດສຸມ, ລວມມີ: ການສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມືຕາມຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດ. ເພີ່ມທະວີການແບ່ງປັນບັນດາບັນຫາຍຸດທະສາດ, ຜ່ານການພົບປະຂັ້ນສູງ, ກົນໄກເຈລະຈານະໂຍບາຍປ້ອງກັນຊາດ; ໜູນຊ່ວຍລາວສ້າງຕັ້ງກຳລັງຮັກສາສັນຕິພາບສະຫະປະຊາຊາດ.


top