ຂ່າວສານ

ຜັນຂະຫຍາຍຂັ້ນຕອນຮັບມືດ້ານຄວາມໝັ້ນຄົງໂດຍດ່ວນ ສຳລັບຖ້ຽວບິນ ຂອງ Vietnam Airlines ຈາກຍີ່ປຸ່ນກັບເມືອ ຫວຽດນາມ ຢ່າງທັນການ

      ຕອນຄ່ຳວັນທີ 5 ມັງກອນ, ກົມການບິນຫວຽດນາມ ໄດ້ອອກແຈ້ງການສື່ມວນຊົນ ກ່ຽວກັບເຫດການ ໃນວັນທີ 5 ມັງກອນ, ຖ້ຽວບິນໝາກເລກ VN5311/NRT-HAN ຂອງບໍລິສັດການບິນແຫ່ງຊາດ Vietnam Airlines ຖືກນາບຂູ່ດ້ານຄວາມໝັ້ນຄົງ.
ພາບປະກອບ: Vietnam+
      ຕາມກົມການບິນ ຫວຽດນາມແລ້ວ, ວັນທີ 5 ມັງກອນ, ຖ້ຽວບິນໝາຍເລກ VN5311 ຂອງ ຈາກ Narita (ປະເທດຍີ່ປຸ່ນ) ກັບມາ ຮ່າໂນ້ຍ (NRT - HAN), ເລີ່ມບິນແຕ່ເວລາ 10 ໂມງ 30 ນາທີ (ຕາມເວລາທ້ອງຖິ່ນ) ລວມມີ ຈຸບິນ 15 ຄົນ ພ້ອມກັບຜູ້ໂດຍສານ 47 ຄົນ.
      ເວລາປະມານ 11 ໂມງ 10 ນາທີ (ຕາມເວລາທ້ອງຖິ່ນ), ບໍລິສັດການບິນ Vietnam Airlines ປະຈຳ ຍີ່ປຸ່ນ ໄດ້ຮັບໂທລະສັບຈາກຄົນໜຶ່ງທີ່ອ້າງວ່າແມ່ນ ຊາວອາເມລິກາ, ເວົ້າພາສາຍີ່ປຸ່ນ, ນາບຂູ່ວ່າ ຈະຍິງເຮືອບິນລຳດັ່ງກ່າວ ເມື່ອບິນຜ່ານອ່າວ ໂຕກຽວ.
      ພາຍຫຼັງຂໍຄຳເຫັນຊີ້ນຳຈາກການນຳທຸກຂັ້ນທີ່ມີສິດອຳນາດ, ຖ້ຽວບິນໝາກເລກ VN5311 ໄດ້ປ່ຽນທິດລົງຈອດຢູ່ສະໜາມບິນ Fukuoka (ຍີ່ປຸ່ນ). ແລ້ວ ສືບຕໍ່ບິນມາຮ່າໂນ້ຍ, ລົງຈອດຢູ່ທ່າອາກາດສະຍານສາກົນ ໂນ້ຍບ່າຍຢ່າງປອດໄພ ໃນຕອນບ່າຍວັນດຽວກັນ.
      ຕາມກົມການບິນ ຫວຽດນາມ ແລ້ວ, ໜ່ວຍງານໄດ້ຜັນຂະຫຍາຍຂັ້ນຕອນຮັບມືດ້ານຄວາມໝັ້ນຄົງໂດຍດ່ວນແລະ ທັນການ ເພື່ອແກ້ໄຂເຫດການໃຫ້ຖືກຕ້ອງຕາມຂໍ້ກຳນົດ, ຮັບປະກັນຄວາມປອດໄພໃຫ້ແກ່ຖ້ຽວບິນ.
      ທາງກົມກໍ່ໄດ້ລາຍງານຕໍ່ອົງການທີ່ມີສິດອຳນາດເພື່ອສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງຂອງ ຍີ່ປຸ່ນ ເພື່ອສືບສວນ ແລະ ເຮັດແຈ້ງເຫດການດັ່ງກ່າວ.
(ແຫຼ່ງຄັດຈາກ VOV)

top