ຂ່າວສານ

ຜັນຂະຫຍາຍກົດໝາຍວ່າດ້ວຍສິນໃນນ້ຳ ແລະ ແກ້ໄຂ “ບັດເຫຼືອງ” IUU

ວັນທີ 13 ສິງຫາ, ທີ່ນະຄອນ ກີວເຍີນ ແຂວງ ບີງດິງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດຕັ້ງການຜັນຂະຫຍາຍກົດໝາຍວ່າດ້ວຍສິນໃນນ້ຳ ແລະ ແກ້ໄຂ “ບັດເຫຼືອງ” IUU ສຳລັບບັນດາແຂວງແຄມທະເລທາງທິດໃຕ້ພາກກາງຈາກແຂວງ ກວາງນາມ ຮອດແຂວງ ບີງທ້ວນ.

(ພາບປະກອບ/TTXVN)
ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫງວຽນຊວນເກືອງ ເນັ້ນໜັກວ່າ 28 ແຂວງ, ນະຄອນທັງໝົດທີ່ຢູ່ແຄມທະເລໃນທົ່ວປະເທດ ຕ້ອງຍູ້ໄວໂຄງການດຳເນີນງານຜັນຂະຫຍາຍກົດໝາຍວ່າດ້ວຍສິນໃນນ້ຳ ແລະ ແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການ ເອີຣົບ (EC) ກ່ຽວກັບຕ້ານການຂຸດຄົ້ນຢ່າງຜິດກົດໝາຍ, ມີຕົ້ນກຳເນີດບໍ່ຈະແຈ້ງ, ບໍ່ແຈ້ງຕໍ່ເຈົ້າໜ້າທີ່ (IUU). ນີ້ແມ່ນຄວາມຮຽກຮ້ອງຂອງທັງພື້ນຖານເສດຖະກິດ ແລະ ກໍ່ແມ່ນຂອງປະຊາຊົນ. ບັນດາມາດຕາ, ຂໍ້ກຳນົດໃນກົດໝາຍຕ້ອງໄດ້ປະຕິບັດໃນທັນທີ.
(ແຫຼ່ງຄັດຈາກ VOV)

top