ຂ່າວສານ

ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງມີຄວາມໝາຍໃນເດືອນມະນຸດສະທຳ 2023

ສະພາກາແດງໄດ້ສູ້ຊົນຂົນຂວາຍ, ເຊືື່ອມຕໍ່ການກໍ່ສ້າງໃໝ່, ສ້ອມແປງ ເຮືອນຄົວຢູ່ ໂຮງຮຽນອະນຸບານ, ໂຮງຮຽນປະຖົມຈຳນວນ 63 ແຫ່ງທີ່ປະສົບກັບຄວາມຫຍຸ້ງຍາກ...
  ຕອບສະໜອງເດືອນມະນຸດສະທຳ 2023  

ເດືອນມະນຸດສະທຳ 2023 ໄດ້ຜັນຂະຫຍາຍໃນເດືອນ ພຶດສະພາ ດ້ວຍຫົວຂໍ້ວ່າ “ຈາກຫົວໃຈແຕ່ລະຄົນ - ຮ່ວມແຮງຮ່ວມໃຈສ້າງປະຊາຄົມດ້ວຍຄວາມເມດຕາ”. ການເຄື່ອນໄຫວມີຄວາມໝາຍຫຼາຍຢ່າງ ແລະ ແທດຈິງໃຫ້ແກ່ປະຊາຊົນໄດ້ຜັນຂະຫຍາຍຢູ່ທົ່ວທຸກແຫ່ງໃນທົ່ວປະເທດ.

        ໃນເດືອນມະນຸດສະທຳປີນີ້, ສະພາກາແດງໄດ້ສູ້ຊົນຂົນຂວາຍ, ເຊືື່ອມຕໍ່ການກໍ່ສ້າງໃໝ່, ສ້ອມແປງ ເຮືອນຄົວຢູ່ ໂຮງຮຽນອະນຸບານ, ໂຮງຮຽນປະຖົມຈຳນວນ 63 ແຫ່ງທີ່ປະສົບກັບຄວາມຫຍຸ້ງຍາກ; ກໍ່ສ້າງ, ສ້ອມແປງເຮືອນ ກາແດງ 115 ຫຼັງໃຫ້ຊາວປະມົງຜູ້ທຸກຍາກ, ປະສົບກັບຄວາມຫຍຸ້ງຍາກ... ທ່ານນາງ ບຸ່ຍທິຮ່ວາ, ປະທານສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ: ສະພາໄດ້ປຸກລະດົມຂະບວນການ “ວຽກດີຄົນເດັ່ນ - ຮ່ວມແຮງຮ່ວມໃຈສ້າງປະຊາຄົມດ້ວຍຄວາມເມດຕາ” ເພື່ອແຜ່ຂະຫຍາຍນ້ຳໃຈເມດຕາ, ກະຕຸກຊຸກຍູ້ການກະທຳທີ່ດີ ປະກອບສ່ວນສ້າງແບບແຜນການດຳລົງຊີວິດວັດທະນະທຳ, ຍົກສູງຄຸນຄ່າມະນຸດສະທຳໃນປະຊາຄົມ:

        “ດ້ວຍພາລະກຳມະນຸດສະທຳຂອງຕົນ, ສະພາກາແດງ ຫວຽດນາມ ສືບຕໍ່ເພີ່ມພູນຄູນສ້າງ, ສົ່ງສານ ເພື່ອໃຫ້ທຸກຄົນໃນສັງຄົມເຮັດວຽກງານເລກໆນ້ອຍໆ ແຕ່ສ້າງເປັນກຳລັງມະຫາສານໃນສັງຄົມ ເພື່ອມຸ່ງໄປເຖິງການຊ່ວຍເຫຼືອເປົ້າໝາຍປະສົບກັບຄວາມຫຍຸ້ງຍາກກ່ວາ, ສະແດງນ້ຳໃຈເມດຕາກະລຸນາ, ແບ່ງປັນໃຫ້ກັນໃນສັງຄົມ. ພວກຂ້າພະເຈົ້າປາດຖະໜາວ່າ: ບັນດາຜູ້ເຮັດວຽກງານກຸສົນ ຢູ່ທຸກແຖບຖິ່ນໃນທົ່ວປະເທດຈະຖືກຄົ້ນພົບ, ບຳລຸງ ແລະ ເສີມສ້າງ”.


top