ອາຊີບ ຫວຽດ

ຜັກປອດສານພິດ ແທງຮ່າ

ໄດ້ຮັບການສ້າງຕັ້ງແຕ່ປີ 2012 ໂດຍຈຸດປະສົງ ຜະລິດ ກະສິ ກໍາສະອາດ, ປັດຈຸບັນ ສະຫະກອນ ກະສິກຳ ແທງຮ່າ ຢູ່ຕາ ແສງ ນິງເຊີ (ເມືອງ ເທື່ອງຕິນ, ຮ່າໂນ້ຍ) ກໍາລັງເປັນ ທ່ີສົນໃຈ ແລະ ໄດ້ຮັບຄວາມໄວ້ວາງໃຈ ຈາກຜູ້ບໍລິໂພກ ຫວຽດ ດ້ວຍ “ເຄື່ອງໝາຍການຄ້າ ຜັກປອດສານພິດ Vinasafl”.
ຕົວແບບປູກຜັກອ່ອນ, ຜັກ baby ຂອງ ສະຫະກອນ ໂດຍ ທ່ານນາງ ບຸ່ຍທິແທງຮ່າ ເປັນຜູ້ລິເລີ່ມ ແລະ ລົງທຶນ. ທ່ານ ນາງ ບຸ່ຍທິແທງຮ່າ, ຜູ້ອຳນວຍການ ສະຫະກອນ ແທງຮ່າ ໃຫ້ ຮູ້ວ່າ: “ເມື່ອກ່ອນເປັນວິສະວະກອນ ກະສິກຳ, ເມື່ອກັບມາ ໃຊ້ຊີວິດຢູ່ບ້ານເກີດເມືອງນອນ, ສອງຜົວເມຍ ຂ້າພະເຈົ້າ ເຫັນວ່າ ດິນຢູ່ເມືອງ ເທື່ອງຕິນ ຖືກປະວ່າງຫຼາຍ, ຕອນນັ້ນ ກໍ່ ຍ້ອນຍັງບໍ່ທັນມີວຽກເຮັດງານທຳທີ່ໝັ້ນຄົງ, ສະນັ້ນ ພວກຂ້າ ພະເຈົ້າຈຶ່ງຕັດສິນໃຈປູກຜັກປອດສານພິດ ເພື່ອສະໜອງໃຫ້ ແກ່ຕະຫຼາດ”. 


ປີ 2013, ສະຫະກອນ ແທງຮ່າ ໄດ້ສ້າງຕັ້ງ, ມີເນື້ອທີ່ ປູກຝັງ 1,2 ເຮັກຕາ ສະເພາະປູກຜັກຕາມເຕັກໂນໂລຊີສູງ. 


ປັບໜ້າດິນ ເພື່ອປູກຜັກອ່ອນ. 


ຜັກ ທີ່ເກັບ ຈະທໍາຄວາມສະອາດ, ປິດໃບແກ່ ແລະ ແມງ ອອກຢູ່ໃນສວນ. 


ຖົ່ວງອກ ທີ່ເກັບມາ ຈະໄດ້ທໍາຄວາມສະອາດ. 


ສະຫະກອນ ແທງຮ່າ ໄດ້ລົງທຶນຊື້ເຄື່ອງຈັກທີ່ທັນສະໄໝ ມາເພື່ອຮັບໃຊ້ໃຫ້ແກ່ການຫຸ້ມຫໍ່ ຜະລິດຕະພັນ ຜັກອ່ອນ ແລະ ຜັກ baby


ຂັ້ນຕອນການກວດກາຜັກອ່ອນ. 


ເພື່ອໃຫ້ຜັກບັນລຸຄຸນນະພາບສູງ, ສະມາຊິກ ໃນສະຫະກອນ ໄດ້ປະຕິບັດບັນດາຂັ້ນຕອນການຜະລິດຢ່າງເຄັ່ງຄັດ.


ຂັ້ນຕອນການເກັບກ່ຽວ ແລະ ຫຸ້ມຫໍ່ຜະລິດຕະພັນ ຜັກອ່ອນ.



ຜັກ baby ໄດ້ປູກໃນເຮືອນແກ້ວ. 


ຫຸ້ມຫໍ່ ແລະ ຕິດສະແຕມ OCOP ລະດັບ 4 ດາວໃຫ້ແກ່ຜະລິດຕະພັນ ຜັກ baby.


ຜັກອ່ອນຂອງສະຫະກອນ ແທງຮ່າ ເປັນໜຶ່ງໃນບັນດາຜະລິດຕະພັນ ໄດ້ຮັບຄວາມນິຍົມຊື້ຫຼາຍຈາກຜູ້ບໍລິໂພກໃນປະຈຸບັນ.  

ເມື່ອກຳໄດ້ຄວາມຕ້ອງການຂອງຕະຫຼາດ, ທ່ານນາງ ຮ່າ ຈຶ່ງ ສ້າງຕັ້ງສະຫະກອນ ແທງຮ່າ ດ້ວຍເນື້ອທີ່ປູກຜັກຕາມ ເຕັກ ໂນໂລຊີສູງ 1,2 ເຮັກຕາ. ໄລຍະຫາກໍ່ລົງມືເຮັດ, ເພິ່ນໄດ້ປະ ສົບ ຄວາມຫຍຸ້ງຍາກຫຼາຍປະການ. ຂາດທຶນ, ເພິ່ນຕ້ອງໄປ ຢືມ ພີ່ນ້ອງ, ໝູ່ເພື່ອນ. 

ຜະລິດເຄື່ອງກະເສດ ແຕ່ບໍ່ຢາກຂຶ້ນກັບດິນຟ້າອາກາດ, ສະ ນັ້ນຕົວແບບຜະລິດຜັກ ຂອງ ສະຫະກອນ ແທງຮ່າ ໄດ້ນຳໃຊ້ ຢ່າງສຳເລັດຜົນ ແລະ ມີປະສິດທິຜົນ ບັນດາເຕັກໂນໂລຊີຂັ້ນ ສູງ ຄື: ລະບົບເຮືອນຕາໜ່າງ, ເຮືອນແກ້ວ, ລະບົບຫົດນໍ້າ ແບບ ອັດຕະໂນມັດ, ເຊັນເຊີປັບຝົນ ຫຼື ແດດ... ສິ່ງດັ່ງກ່າວ ຊ່ວຍຮັບປະກັນໃຫ້ຜົນຜະລິດ ແລະ ຄຸນນະພາບ ຂອງ ຜັກ ບໍ່ ໄດ້ຮັບຜົນກະທົບຈາກສະພາບແວດລ້ອມພາຍນອກ. 

ປັດຈຸບັນ, ສະຫະກອນ ແທງຮ່າ ມີເນື້ອທີ່ປູກຜັກ ທີ່ນຳໃຊ້ ເຕັກໂນໂລຊີສູງ ກວ້າງ 1,5 ເຮັກຕາ, ໃນນັ້ນໄດ້ຕິດຕັ້ງ ເຮືອນ ຕາໜ່າງ ພ້ອມກັບລະບົບຫົດນຳ້ແບບ ອັດຕະໂນມັດ ເກືອບ 8.000 ຕາລາງແມັດ; ຫ້ອງເຢັນ 2 ຫ້ອງ, ສາງເກັບ ຮັກສາ, ເຮືອນປຸງແຕ່ງຜັກ... ດ້ວຍຍອດເງິນ ລົງທຶນເກືອບ 5 ຕື້ດົ່ງ. 

ນອກຈາກຜັກອ່ອນ, ສະຫະກອນ ແທງຮ່າ ຍັງມີຜັກຫຼາຍ ຊະ ນິດຄື: ຜັກກາດຫວານ, ຜັກກາດຂາວ, ຜັກກາດ Joeket, ຜັກ ກາດ Nizula, ຜັກບົ້ງ, ຜັກປັງ, ຜັກຫົມ... ພິເສດ, ພາຍຫຼັງ ການ ປູກຜັກ ມາເປັນເວລາຫຼາຍປີ, ທ່ານນາງ ຮ່າ ຍັງມີປະ ເພດສິນຄ້າ ສະເພາະ ຂອງຕົນຄື: ຜັກ “baby leaf”, ມີລາ ຄາ 55.000 ດົ່ງຕໍ່ ກິໂລກຣາມ ແລະ ເປັນຜູ້ສະໜອງໜຶ່ງດຽວ ຜັກ baby ໃຫ້ແກ່ນະຄອນ ຮ່າໂນ້ຍ.


ຜະລິດຕະພັນຜັກອ່ອນ ປູກຈາກເຂົ້າບາເລ. ພາບ: ກົງດາດ/VNP


ຜະລິດຕະພັນ ຜັກກາດ ອ່ອນ.


ຜະລິດຕະພັນ ຫົວຜັກກາດແດງ ອ່ອນ.


ຜະລິດຕະພັນ ຜັກບົ້ງ ອ່ອນ.


ປະຈຸບັນ, ສະຫະກອນ ແທງຮ່າ ມີ 15 ຜະລິດຕະພັນ ໄດ້ຮັບຮອງເປັນຜະລິດຕະພັນ OCOP ລະດັບ 4 ດາວ.

ແຕ່ລະມື້, ສະຫະກອນ ແທງຮ່າ ໄດ້ສະໜອງ ຜັກທຸກຊະນິດ ໃຫ້ຕະຫຼາດ 150-200 ກິໂລກຣາມ ໃຫ້ແກ່ບັນດາຮ້ານຄ້າ ໃຫຍ່, ຮ້ານຂາຍ ສະບຽງອາຫານປອດສານພິດ ຫຼາຍແຫ່ງ ຢູ່ ຮ່າໂນ້ຍ ແລະ ບາງແຂວງ, ນະຄອນ ທີ່ໃກ້ຄຽງ. 

ປັດຈຸບັນ, ສະຫະກອນ ແທງຮ່າ ມີ 15 ຜະລິດຕະພັນ ໄດ້ຮັບ ຮອງເປັນຜະລິດຕະພັນ OCOP ລະດັບ 4 ດາວ. ປີ 2016, ສະຫະສະມາຄົມ ກະສິກຳ ຫວຽດນາມ ໄດ້ປະດັບນາມມະ ຍົດ “ເຄື່ອງໝາຍການຄ້າ ຄຳ ດ້ານກະສິກຳຫວຽດນາມ “ ໃຫ້ ແກ່ ສະຫະກອນ ແທງຮ່າ. ນອກຈາກນັ້ນ ສະຫະກອນ ຍັງໄດ້ ສູນ ວິໄຈ ແລະ ຮັບຮອງຄຸນນະພາບ ຜະລິດຕະພັນກະສິກຳ ມອບໃບຮັບຮອງ VietGAP.

ບົດ ແລະ ພາບ: ແທງຢາງ - ກົງດາດ


top