ເຄື່ອງໝາຍ ຫວຽດ

ຜະລິດຕະພັນຫມາກໄມ້ເຊື່ອມຂອງຮ່ົງລາມ-ຍອດຂອງວ່າງຫວຽດນາມ

ບ່ໍພຽງແຕ່ສ້າງຍີ່ຫ້ໍການຄ້າທີ່ມີຊື່ສຽງໃນຂະແໜງການຜະລິດຫມາກໄມ້ເຊື່ອມນ້ຳຕານ ຫລື ເອີ້ນວ່າ (ໂອມາຍ), ຮົ່ງລາມຍັງໄດ້ ດຳເນີນ “ຂະບວນການປະຕິວັດ” ເມື່ອໄດ້ສ້າງກຳມະວິທີການຜະລິດແບບ ອຸດສາຫະກຳໃຫ້ແກ່ການປຸງແຕ່ງຜະລິດຕະພັນອັນເປັນມູນເຊື້ອ -ຊຶ່ງເມື່ອກ່ອນຜະລິດແບບຫັດຖະກຳ ແຕ່ຍັງຮັກສາໄວ້ລົດຊາດດັ່ງເດີມເຄື່ອງຂອງວ່າງທີ່ເຕັມໄປດ້ວຍສີສັນວັດທະນະທຳຫວຽດນາມ.
ປັດຈຸບັນ, ເມື່ອໄດ້ກາຍເປັນຍີ່ຫ້ໍການຄ້າທີ່ມີຊື່ສຽງດົ່ງດັງໃນຂະ ແໜງການຜະລິດໝາກໄມ້ເຊື່ອມ ດ້ວຍເຄືອຄ່າຍຮ້ານຈຳຫນ່າຍ 16 ແຫ່ງໃນທົ່ວປະເທດ, ໂອມາຍຮົ່ງລາມໄດ້ມີຜູ້ບໍລິໂພກເອີ່ຍເຖິງເຫນືອນດັ່ງ “ສຸດຍອດຂອງວ່າງຫວຽດ” ຊຶ່ງລວມມີສາມປັດໄຈຄື: ແຊບ, ສະອາດ ແລະ ງາມ.

ບໍພຽງແຕ່ເທົ່ານັ້ນ, ໂອມາຍຮົ່ງລາມຍັງເຮັດໃຫ້ຜູ້ບໍລິໂພກຫລາຍຄົນນິຍົມຊົມຊອບ ແລະ ປະຫຼາດໃຈ ຕໍ່ວິທີການປຸງແຕ່ງໂອມາຍນີ້. ບໍ່ຜະລິດແບບຫັດຖະກຳຄືດັ່ງໃນສະໄໝກ່ອນ, ໂອມາຍຮົ່ງລາມໄດ້ຜະລິດແບບວົງຈອນອຸດສາຫະກຳ, ຍັງຮັກສາໄດ້ມາດຖານລົດຊາດ ດັ້ງເດີມແຖມຍັງມີລົດຊາດຫອມຫວານ ແລະ ແຊບກວ່າການປຸງ ແຕ່ງແບບມູນເຊື້ອອີກ.


ໂອມາຍເຊື່ອມໝາກເຊົ້າອ່ອນ. 


ໂອມາຍເຊື່ອມໝາກແປ້ນ. 


ໂອມາຍເຊື່ອມໝາກໝັ້ນ. 


ໂອມາຍເຊື່ອມໝາກຝູງກອບ.


ໂອມາຍເຊື່ອມໝາກຝູງໜຽວ.
 

ທີ່ເຂດອຸດສາຫະກຳກວາງມິງ (ຫວິ້ງຝຸກ), ທ່ານຫງວຽນຮົ່ງລາມ ຜູ້ທີ່ ໄດ້ອຸທິດຕົນໃຫ້ແກ່ການສ້າງຍີ່ຫ້ໍການຄ້າໂອມາຍຮົ່ງລາມ ໄດ້ນຳພາ ພວກຂ້າພະເຈົ້າໄປຢ້ຽມຢາມໂຮງງານທີ່ມີເນື້ອທີ່ 5000 ຕາແມັດ ເພື່ອນຳສະເຫນີ ຂັ້ນຕອນການຜະລິດໂອມາຍທີ່ໄດ້ “ ຫັນເປັນອຸດ ສາຫະກຳ” ຂອງບໍລິສັດ.

ທ່ານຮົ່ງລາມໃຫ້ຊາບວ່າ, ບ່ໍວ່າຈະເປັນຜະລິດຕະພັນ ໂອມາຍປະ ເພດໃດຂອງບໍລິສັດກໍ່ລ້ວນແຕ່ຕ້ອງໄດ້ຜ່ານຂະບວນການຜະລິດມີ ເຖິງ 7 ຂັ້ນຕອນ, ໂດຍມີການຕິດຕາມກວດກາດ້ານເຕັກນິກກໍຄື ຄວາມສະອາດປອດໄພຢ່າງເຄັ່ງຄັດ.

ຂອດທຳອິດແມ່ນການຈັດປະເພດຫມາກໄມ້. ຢູ່ທີ່ນີ້ເຂົາເຈົ້າຈະໃຊ້ ກະເຊົ້າເຫຼັກເພື່ອ ຈັດປະເພດໝາກໄມ້ໂດຍໃຫ້ຕົວກະເຊົ້າຫມູນ. ຂັ້ນຕອນດັ່ງກ່າວນີ້ເປັນການຄັດເລືອກຫນ່ວຍນ້ອຍ, ຫນ່ວຍໃຫຍ່ ທີ່ບໍ່ໄດ້ມາດຖານ ແລະ ບໍ່ໄດ້ຄຸນນະພາບອອກ.  

ຂັ້ນຕອນທີສອງ: ໝາກໄມ້ທີ່ໄດ້ຜ່ານການຄັດເລືອກຈະອັດຕະໂນ ມັດສົ່ງໄປເຖິງລະບົບລ້າງໃຫ້ສະອາດ ແລະ ປັກສຽບຫມາກໄມ້ເພື່ອ ຊ່ວຍໃຫ້ນ້ຳຕານຊືມເຂົ້າໃນໃຫ້ທົ່ວເຖິງ. ກໍໃນຂອດນີ້, ໝາກ ໄມ້ຈະຖືກແຊ່ດ້ວຍນ້ຳປູນໃສ ແລະ ນ້ຳເກືອເພື່ອຮັກສາສີສັນທຳ ມະຊາດ ແລະ ທັງເຮັດໃຫ້ຫຼຸດຄວາມຂົມ, ເຮັດໃຫ້ເນື້ອຫມາກໄມ້ ອ່ອນ ແລະ ຂ້າເຊື້ອພະຍາດຕ່າງໆ.

ຂັ້ນຕອນທີສາມ: ແມ່ນການຕົ້ມ ແລະ ຮຸມໄຟອ່ອນ. ຂັ້ນຕອນດັ່ງກ່າວເປັນຂັ້ນຕອນທີ່ສຳຄັນກວ່າໝູ່, ຕັດສິນຄຸນະພາບຂອງຜະ ລິດຕະພັນ. ຍ້ອນເຫດນັ້ນ, ອຸ່ນຫະພູມຕ້ອງຮັບປະກັນຢູ່ໃນລະດັບ ພໍເໝາະໃນ ປະມານສອງສາມມື້ ແລະ ຕ້ອງຕິດຕາມກວດກາ ດ້ານເຕັກນິກຢ່າງເຂັ້ມງວດ, ຫລີກເວັ້ນການຕິດເຊື້ອ.

ທ່ານຮົ່ງລາມໃຫ້ຊາບວ່າ, ເພື່ອປະຕິບັດສຳເລັດຜົນຂັ້ນຕອນອັນສຳ ຄັນນີ້, ຜ່ານມາແມ່ນອີງຕາມປະເພດໝາກໄມ້ ຊ່າງປຸງແຕ່ງຕ້ອງດຳ ເນີນການຕົ້ມ ແລະ ຮຸມໄຟທົດລອງຕາມວິທີການຂອງມູນເຊື້ອ ເພື່ອຊອກຫາວິທີດີທີ່ສຸດ. ຈາກຂະບວນການເຮັດທົດລອງດັ່ງກ່າວຈິ່ງຈະຄຳນວນບໍລິມາດ ແລະ ສ້າງເປັນສູດການຜະລິດດ້ວຍເຄື່ອງຈັກອັດຕາໂນມັດ. ດ້ວຍວິທີດັ່ງກ່າວ, ລົດຊາດ ແລະ ຄຸນະພາບ ຂອງໂອມາຍແຕ່ລະຊຸດບັນລຸໄດ້ຕາມຄາດໝາຍ ແລະ ຮັບປະກັນຄວາມສະຫມ່ຳສະເຫມີ. ເມື່ອເວົ້າເຖິງຂັ້ນຕອນນີ້, ທ່ານ ຮົ່ງລາມ ໄດ້ປຽບທຽບຂັ້ນຕອນນີ້ແມ່ນ “ຂັ້ນຕອນການເນລະມິດສິ່ງຍອດຍິ່ງຂອງແຕ່ລະຄອບຄົວໃຫ້ກາຍເປັນສິ່ງຍອດຍິ່ງຂອງສັງຄົມ”.

ຂັ້ນຕອນທີສີ່: ແມ່ນການບົ່ມໃນເວລາຍາວພໍສົມຄວນເພື່ອຮັກສາສີ ສັນ, ບັນລຸຄວາມຊືມຊັບ ແລະ ເຮັດໃຫ້ສົມດຸນລົດຊາດສົ້ມຫວານເທົ່າກັນ. ພວກຂ້າພະເຈົ້າໄດ້ໄປເບິ່ງເຂດບົ່ມໂອມາຍຂອງໂຮງ ງານຊຶ່ງບັນຈຸຖັງບົ່ມປະມານ 200 ກວ່າຖັງ, ຖັງລະ 50 ກິໂລ, ທ່ານ ຮົ່ງລາມ ເຜີຍໃຫ້ຮູ້ວ່າ, ແຕ່ລະຖັງໄດ້ຮັບການດູແລຕາມຫຼັກການ “ແມ່ຍິງຖືພາ”. ໝາຍຄວາມວ່າຈະມີທ່ໍສົ່ງເຂົ້າໃນຕົວຖັງເພື່ອສົ່ງ “ທາດບຳລຸງ” ເພີ່ມເຕີມໃຫ້ໂອມາຍ ແລະ ຈະມີທ່ໍສົ່ງນ້ຳເສຍຈາກ ໝາກໄມ້ອອກ. “ທາດບຳລຸງ” ທີ່ສົ່ງເຂົ້າຖັງໝາກໄມ້ແມ່ນນ້ຳຕານ ທີ່ລະລາຍ. ແຕ່ລະມື້ພວກ “ແມ່ມານ” ຈະມີຊົ່ວໂມງ “ກິນ” ແລະ ເວລາ ”ກິນ” ຕາມທີ່ກຳນົດໄວ້. ດ້ວຍເຫດນັ້ນ, ໂອມາຍ ຂອງຮົ່ງລາມ ແມ່ນຮັບປະກັນຄວາມສົດຊື່ນ, ລົດຊາດສະຫມ່ຳສະເຫມີດີ.

ຖັດຈາກການບົ່ມແມ່ນຂັ້ນຕອນການອົບແຫ້ງ. ເຕົາອົບແຫ້ງອັດ ຕະໂນມັດ ແລະ ທັນສະໄໝຈະເຄື່ອນໄຫວຢ່າງຕໍ່ເນື່ອງ ໃນຫຼາຍ ຊົ່ວໂມງ, ຊ່ວຍໃຫ້ສະກັດນ້ຳອອກ, ສ້າງຄວາມໜຽວຫນຸ່ມ, ເຮັດໃຫ້ແຫ້ງ ແລະ ເຮັດໃຫ້ຄວາມຫວານຂອງຜະລິດຕະພັນບັນລຸໄດ້ຕາມທີ່ຕ້ອງການຊ່ວຍສະກັດກັ້ນການເກີດເຊື້ອລາ.

ຫຼັງຈາກນັ້ນ, ທ່ານຮົ່ງລາມພາພວກຂ້າພະເຈົ້າໄປຢາມຊົມການປຸງແຕ່ງຜະລິດຕະພັນຂອງໂຮງງານ. ຂັ້ນຕອນດັ່ງກ່າວແມ່ນການປະສົມປະສານລະຫວ່າງສູດປຸງແຕ່ງທີ່ເປັນມູນເຊື້ອ ແລະ ອັດຕາສ່ວນ ທີ່ໄດ້ຄຳນວນຕົວເລກຕາມວິທະຍາສາດ. ຫມາກໄມ້ຈະປ່ຽນລົດ ຊາດກົມກືນລະຫວ່າງລົດສົ້ມ, ລົດເຜັດ, ລົດເຄັມ, ລົດຫວານ … ຂອດນີ້ຮົ່ງລາມໄດ້ປະຕິບັດຕາມຫຼັກມູນ “ສາຍຕາ” ຈາກຍ່ີປຸ່ນ. ໝາຍຄວາມວ່າເຄິ່ງອັດຕະໂນມັດ. ເພາະບາງຂັ້ນຕອນ ຮຽກຮ້ອງ ຕ້ອງມີຄວາມຄ່ອງແຄ່ວ, ໄຫວພິກທີ່ເຄື່ອງຈັກບ່ໍສາມາດເຮັດໄດ້ຕ້ອງອາໃສຄົນເຮັດໂດຍກົງ . ດ້ວຍເຫດນັ້ນຈີ່ງມີຄວາມຈຳເປັນຕ້ອງມີບຸກຄົນທີ່ມີຄວາມຊຳນິຊຳນານ ແລະ ມີປະສົບການທີ່ສຸດ.


ຫ້ອງວິໃຈກວດກາຄວາມພໍດີລະຫວ່າງລົດຊາດຕ່າງໆ ໃນຜະລິດຕະພັນຫມາກໄມ້ເຊື່ອມ. 


ເຂດປຸງແຕ່ງເຊື່ອມໝາກເຊົ້າສຸກ. 


ຖັງບົ່ມໝາກໄມ້ຂອງຮົ່ງລາມປຽບເຫມືອນ “ທ້ອງແມ່ມານ”  ສະຫນອງທາດບຳລຸງໃຫ້ແກ່ໝາກຫມັ້ນ,
ຫມາກຝູງໃຫ້ບັນລຸມາດຖານ ໃຫ້ເປັນ “ໂອມາຍ”.



ໝາກເຊົ້າອ່ອນວັດຖຸດິບທີ່ຕັກອອກຈາກຖັງນ້ຳຕານ.


ສາຂາຈຳຫນ່າຍໂອມາຍຮົ່ງລາມ. 


ນາງງາມຫວຽດນາມ ດັ້ງທິງອກເຮີນ ເຂົ້າຮ່ວມງານເປີດໂຕ ຮ້ານຈຳຫນ່າຍໂອມາຍຮ່ົງລາມທີ່ນະຄອນໂຮ່ຈີມິນ.
 
ຂັ້ນຕອນສຸດທ້າຍແມ່ນການຕີລາຄາຄຸນະພາບ. ໂອມາຍທຸກປະ ເພດ ກ່ອນຈະຫຸ້ມຫໍ່ ຕ້ອງໄດ້ເອົາຕົວຢ່າງໄປກວດຢູ່ຫ້ອງວິໃຈ ເພື່ອປະເມີນອັດຕາສ່ວນທາງດ້ານກາຍຍະອິນຊີ,  ເຄມີຟີຊິກສາດ,  ເຊື້ອຈຸນລິນຊີ… ແລະ ເມື່ອໃດຜະລິດຕະພັນບັນລຸໄດ້ຕາມສູດອັດຕາສ່ວນທີ່ ຮົ່ງ ລາມກຳນົດຂຶ້ນ ຈຶ່ງຈະໄດ້ສົ່ງໄປເຖິງບ່ອນຫຸ້ມຫໍ່ເພື່ອ ຈຳໜ່າຍອອກສູ່ຕະຫຼາດ.

ລວມທັງ 7 ຂັ້ນຕອນທີ່ກ່າວມາຂ້າງເທິງນັ້ນ ແມ່ນໄດ້ປະຕິບັດຕາມ ວົງຈອນປິດ. ຕາມສາຍໄຍການຜະລິດອັດຕະໂນມັດ. ໄດ້ຮູ້ເຫັນກັບຕາທຸກຂັ້ນຕອນການຜະລິດ, ພວກຂ້າພະເຈົ້າງົງຄິດວ່າມັນເປັນສາຍໄຍການຜະລິດຜະລິດຕະພັນອຸດສາຫະກຳທັນສະໄໝ ບ່ໍນຶກ ວ່າຈະ ເປັນການປຸງແຕ່ງໝາກໄມ້ ເຊື່ອມທ່ີເຄີຍຜະລິດແບບຫັດຖະ ກຳ, ຂະຫນາດນ້ອຍ. ສິ່ງຕ່າງໆ ທີ່ຮົ່ງລາມກຳລັງປະຕິບັດເຂົ້າຂະບວນການ ປຸງແຕ່ງຜະລິດຕະພັນອັນເປັນມູນເຊື້ອນີ້ ສົມຊື່ແລ້ວທີ່ “ການປະຕິວັດ” ຢ່າງແທ້ຈິງ.

ປັດຈຸບັນ, ຮົ່ງລາມສະໜອງຜະລິດຕະພັນໝາກໄມ້ເຊື່ອມໃຫ້ຕະ ຫຼາດໄດ້ປີລະຫຼາຍກວ່າສິບໂຕນ ແລະ ປະລິມານຈຳໜ່າຍເພີ່ມຂຶ້ນ ສະເລັ່ຍ 10% ຕໍ່ປີ.

ບົດ: ຖາວວີ - ພາບ: ຈິ້ງໂບ້ ແລະ ເອກະສານ


top