ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ຜະລິດຕະພັນຈັກສານ ຫວາຍ ແລະ ໄມ້ໄຜ່ ຫວຽດກວາງ

ບໍລິສັດ ຈັກສານ ຫວາຍ ແລະ ໄມ້ໄຜ່ ຫວຽດກວາງ ຈຳກັດ ຢູ່ໝູ່ ບ້ານອາຊີບມູນເຊື້ອ ຝູ໋ວິງ, ຕາແສງ ຝູ໋ເງ້ຍ, ເມືອງ ເຈືອງໝີ໋ ໄດ້ປະດິດສ້າງ ບັນດາຜະລິດຕະພັນ ມີລັກສະນະ ຈຳເພາະ ຂອງ ຄົນ ຫວຽດ. 
ຫ້ອງການ ປະສານງານ ຊົນນະບົດໃໝ່ ນະຄອນ ຮ່າໂນ້ຍ ໄດ້ປະກາດ ຜົນການຈັດປະເພດ, ຕີລາຄາ ບັນດາຜະລິດຕະພັນ OCOP ເມື່ອບໍ່ດົນມານີ້, ບັນດາຜະລິດຕະພັນ ຈັກສານ ຫວາຍ ແລະ ໄມ້ໄຜ່ ຂອງ ບໍລິສັດ ຫວຽດກວາງ ໄດ້ຮັບກຽດ ຮັບໃບຢັ້ງຢືນ ຜະລິດຕະພັນ OCOP 4 ດາວ ຈາກ ຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ, ນັ້ນແມ່ນ: ຊຸດໂຄມໄຟ ໄດ້ຈັກສານ ຕາມ ຮູບແບບ ເກັດ ມັງກອນ, ຖ້ວຍຊຸດ 3 ໜ່ວຍ, ກະຕ່າ ໄດ້ຈັກສານ ຕາມຮູບແບບ ຕາເຫງັນ, ຖາດຮູບສີ່ລ່ຽມ, ກັບໃສ່ເຈ້ຍ, ກັບໃສ່ ປາກກາ, ຖາດໃສ່ໝາກໄມ້.      

ເຖິງວ່າ ບັນດາຜະລິດຕະພັນຈັກສານ ຫວາຍ ແລະ ໄມ້ໄຜ່ ຂອງ ບໍລິສັດ ຫວຽດກວາງ ໄດ້ອອກແບບມີຮູບຊົງ ທ່ີລຽບງ່າຍ, ແຕ່ ເຕັກນິກ ການສານ, ການເຫຼົາ ໄດ້ປະຕິບັດ ຢ່າງລະອຽດ ແລະ ເຮັດດ້ວຍມື. ຈາກນັ້ນ ຈະສ້າງຈຸດພິເສດໂດຍສະເພາະ ໃຫ້ແກ່ ບັນດາ ຜະລິດຕະພັນດັ່ງກ່າວ ເມື່ອທຽບກັບ ຜະລິດຕະພັນຕ່າງໆ ຢູ່ຕະຫຼາດ, ເປັນຕົ້ນແມ່ນເຕັກນິກ ການຈັກສານ.  


ຂັ້ນ​ຕອນ​ການ​ຄັດ​ເລືອກ​ວັດຖຸດິບ ແລ້ວຖອນ​, ຕາກ​, ແຍກ​, ອົບ​ແຫ້ງ ... ຈາກ​ນັ້ນ​ ວັດຖຸດິບ​​ຈະໄດ້ລວກ​ໃນນຳ້ຮ້ອນ​ ຫຼື ອົບຄວັນເຟືອງຈົນແຫ້ງເພື່ອໃຫ້ມີສີທໍາມະຊາດທີ່ສວຍງາມ. ພາບ: ແຄ໋ງລອງ/VNP


ນັກ​ສິລະ​ປິນ​ດີ​ເດັ່ນ ຫງວຽນ​ວັນ​ຕິ໊ງ ດ້ວຍ​ບັນດາ​ຜະລິດ​ຕະພັນ​ທີ່​ໄດ້​ຮັບ​ໃບ​ຢັ້ງຢືນ​ຜະລິດ​ຕະພັນ Ocop ລະດັບ 4 ດາວ ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ. ພາບ: ແຄ໋ງລອງ/VNP


ນາຍຊ່າງກຳ​ລັງ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ຈາກສານຫວາຍ ແລະ ໄມ້ໄຜ່. ພາບ: ແຄ໋ງລອງ/VNP


ຫັດຖະກຳການຖັກດ້ວຍໄມ້ໄຜ່ ແລະ ຫວາຍ ຕ້ອງການຄວາມພິຖີພິຖັນ ແລະ ຄວາມສາມາດຂອງຊ່າງຫັດຖະກຳ. ພາບ: ແຄ໋ງລອງ/VNP


ວັດແທກຂະໜາດ ເພື່ອໃຫ້ຜະລິດຕະພັນສະເໝີກັນ. ພາບ: ກົງດາດ/VNP
 

ບັນດາ​ຜະລິດ​ຕະພັນຈັກສານຂອງ​ໝູ່​ບ້ານ ຝູ໋ວິງ ມີ​ເອກະລັກ​ສະ​ເພາະ ​ແລະ ມີ​ລັກສະນະ​ເປັນ​ຕົວ​ຕົນ, ​ເປັນ​ທີ່​ດຶງ​ດູດ​ໃຈ​ລູກ​ຄ້າ. ພາບ: ແຄ໋ງລອງ/VNP


ຂະບວນການສີດພົ່ນສ້າງ ແລະ ຮັກສາສີຂອງຜະລິດຕະພັນ. ພາບ: ກົງດາດ/VNP


ຜະລິດຕະພັນຈັກສານ ຫວາຍ ແລະ ໄມ້ໄຜ່ ຫຼັງ ຍ້ອມສີ ໄດ້ເອົາໄປຕາກໃຫ້ແຫ້ງ. ພາບ: ແຄ໋ງລອງ/VNP
ມາຍັງໝູ່ບ້ານອາຊີບມູນເຊື້ອ ຝູ໋ວິງ, ເມື່ອກ່າວເຖິງ ນາຍຊ່າງ ຫງວຽນວັນຕິ໊ງ, ແນ່ນອນໃຜໆ ກໍ່ຮູ້ດີ ເພາະວ່າ ເພິ່ນເປັນຜູ້ປະດິດ ແຕ່ງ ບັນດາ ພາບຊີວິດ, ພາບທຳມະຊາດ, ຄຳກອນ ເປັນຄູ່ ດ້ວຍ ເຄື່ອງຈັກສານ ຫວາຍ ແລະ ໄມ້ໄຜ່ ທີ່ມີລັກສະນະຈຳເພາະ, ເຊິ່ງ ໄດ້ຮັບຄວາມນິຍົມຍົກຍ້ອງ ແລະ ນັບຖືຈາກ ບັນດາ ຜູ້ຊົມ.  

ເປັນຜູ້ອຳນວຍການ ບໍລິສັດ ຫວຽດກວາງ, ໜຶ່ງໃນບັນດາ ໜ່ວຍ ງານ ຜະລິດ ບັນດາຜະລິດຕະພັນ ຫັດຖະກຳ ສິລະປະກຳ ຈາກ ເຄື່ອງ ຈັກສານ ຫວາຍ ແລະ ໄມ້ໄຜ່ ທີ່ມີຊື່ສຽງ ຢູ່ນະຄອນ ຫຼວງ ຮ່າໂນ້ຍ, ທ່ານ ຫງວຽນວັນຕິ໊ງ ໄດ້ຮຽນອາຊີບ ເມື່ອອາຍຸ ຫາກໍ່ໄດ້ 10 ປີ, ເພິ່ນເປັນລູກຊາຍ ຂອງນາຍຊ່າງ ຫງວຽນວັນຂ໊ຽວ, ຜູ້ທຳອິດ ໄດ້ຮັບ ຜົນສຳເລັດໃນການຈັກສານ ພາບຊີວິດ ລຸງ ໂຮ່ ດ້ວຍ ເຄື່ອງຈັກສານ ຫວາຍ ແລະ ໄມ້ໄຜ່ ມູນເຊື້ອ. ພໍອາຍຸ 17 ປີ, ເພິ່ນ ສາມາດ ກຳໄດ້ ບັນດາເຕັກນິກການຈັກສານ, ເຂົ້າໃຈ ໄດ້ຂັ້ນຕອນ ການຈັກສານ, ຮູ້ວິທີການປຸງແຕ່ງວັດຖຸດິບ ເພື່ອສຳເລັດການຜະລິດ ຜະລິດຕະພັນທຸກຢ່າງ... ສີມືການຊ່າງ ຂອງ ທ່ານ ຫງວຽນ ວັນຕິ໊ງ ນັບມື້ພັດທະນາດີຂຶ້ນ. ປີ 1986, ເພິ່ນໄດ້ຮັບລາງວັນທຳອິດ ຄື ຫຼຽນຄຳ ຜະລິດຕະພັນ ຫັດຖະກຳ ສິລະປະກຳ ໂດຍສະຫະພັນ ສະຫະກອນ ອຸດສາຫະກຳ ຂະໜາດນ້ອຍ ສູນກາງ ມອບໃຫ້. ປີ 2009, ທ່ານ ຫງວຽນວັນຕິ໊ງ ໄດ້ຮັບນາມມະຍົດ ເປັນນາຍຊ່າງດີເດັ່ນ ຈາກຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ. ລູກຊາຍສອງຄົນຂອງເພິ່ນ ແມ່ນທ່ານ ຫງວຽນວັນບິ່ງ (ເກີດປີ 1982) ແລະ ທ່ານ ຫງວຽນເຟືອງກວາງ (ເກີດປີ 1984) ລ້ວນແຕ່ ໄດ້ຮັບນາມມະຍົດເປັນນາຍຊ່າງ. ໃນນັ້ນ ທ່ານ ຫງວຽນເຟືອງກວາງ ໄດ້ຮັບນາມມະຍົດ ເປັນນາຍຊ່າງ ເມື່ອປີ 2012 (ເມື່ອອາຍຸ 28 ປີ), ກາຍເປັນນາຍ ຊ່າງ ທີ່ມີອາຍຸນ້ອຍ ​ກວ່າໝູ່ ຢູ່ໝູ່ບ້ານອາຊີບ ຈັກສານ ຫວາຍ ແລະ ໄມ້ໄຜ່ ມູນເຊື້ອ ຝູ໋ວິງ. ປີ 2016, ທ່ານ ຫງວຽນເຟືອງກວາງ ໄດ້ຮັບກຽດນາມມະຍົດເປັນ ນາຍຊ່າງດີເດັ່ນ ຈາກປະທານປະເທດ.  


ຊຸດ​ໄຟ​ຖັກ​ແສ່ວ​ມັງກອນ, ຜະລິດ​ຕະພັນ​ໄດ້​ຮັບ​ໃບ​ຢັ້ງຢືນ​ຜະລິດ​ຕະພັນ Ocop ລະດັບ 4 ດາວ ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ຮ່າ​ໂນ້ຍ. ພາບ: ແຄ໋ງລອງ/VNP


ໂຄມໄຟ ສານຈາກ ຫວາຍ ແລະ ໄມ້ໄຜ່ ໄດ້ນຳໃຊ້ເພື່ອຕົກແຕ່ງ ຫ້ອງການ ແລະ ຫ້ອງແຖວ. ພາບ: ແຄ໋ງລອງ/VNP


ຜະລິດ​ຕະ​ພັນຈຳນວນໜຶ່ງ​ຂອງ​ ​ບໍລິສັດ ຈັກສານ ຫວາຍ ແລະ ໄມ້ໄຜ່ ຫວຽດກວາງ ຈຳກັດ. ພາບ: ແຄ໋ງລອງ/VNP

ຜະລິດ​ຕະ​ພັນ​ຕ່າງໆ ​ໃນ​ໂຮງງານຜະ​ລິດ​ຂອງ​ ​ບໍລິສັດ ຈັກສານ ຫວາຍ ແລະ ໄມ້ໄຜ່ ຫວຽດກວາງ ຈຳກັດ. ພາບ: ແຄ໋ງລອງ/VNP

ບັນດາສະມາຊິກໃນຄອບຄົວທ່ານ ຫງວຽນວັນຕິ໊ງ ບໍ່ເຄີຍ ເພິ່ງພໍໃຈ ກັບບັນດາຜະລິດຕະພັນ ທີ່ຜະລິດອອກມາ, ຍາມໃດ ກໍ່ທຳການ ຄົ້ນຄວ້າ, ຊອກຮູ້ ແລະ ປະດິດສ້າງແບບໃໝ່ໆ ຂຶ້ນມາ ຢູ່ສະເໝີ. ຈາກເສັ້ນ ຫວາຍທີ່ເງົາງາມ, ຜ່ານສີມື ອັນຄ່ອງແຄ້ວ ແລະ ຄວາມສາມາດ ຮັບຮູ້ ຄວາມງາມ ຢ່າງລະອຽດ ຂອງຕົນ, ທ່ານ ຫງວຽນວັນຕິ໊ງ ແລະ ລູກ ໄດ້ປະດິດສ້າງ ຫຼາຍຜະລິດຕະພັນ ທີ່ມີລັກສະນະສະເພາະ ຂອງ ຫວຽດນາມ. 
 
ປະຕິບັດ: ແຄ໋ງລອງ ແລະ ກົງດາດ - ແປໂດຍ: ຢືຟຽນ

top