ຂ່າວສານ

ຜະລິດຕະພັນຂອງຫວຽດນາມ ພວມກວມເອົາຕະຫຼາດໃນຂະແໜງຕ່ຳແຜ່ນຕັດຫຍິບໂລກ

ໜັງສືພິມ The Daily Star ຂອງ ບັງກະລາເທດ ສະບັບອອກຫວ່າງມໍ່ໆມານີ້ ໄດ້ລົງພິມບົດຂຽນໂດຍຊີ້ແຈ້ງປັດໄຈພື້ນຖານທີ່ສ້າງທ່າແຮງຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບຂອງຫວຽດນາມ.
ຫວຽດນາມ ໄດ້ກາຍເປັນປະເທດທີ່ຍາດໄດ້ພາກສ່ວນກວມເອົາຕະຫຼາດໃນໂລກຢ່າງໄວທີ່ສຸດ. (ພາບປະກອບ: TTXVN)

ໃນນັ້ນມີເວລາໃນການຜະລິດສັ້ນໆ, ຄຸນນະພາບຜ້າແພດີ ແລະ ສຸມໃສ່ຕະຫຼາດຂັ້ນສູງ. ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ຫວຽດນາມ ແຊກຊຶມເຂົ້າຕະຫຼາດທີ່ໄດ້ຮັບການຕີລາຄາວ່າ “ຕ້ອງບັນລຸຄຸນນະພາບ” ຄືສະຫະພາບເອີລົບ, ອາເມລິກາ ເທົ່ານັ້ນ, ຫາກຍັງນຳມາເຊິ່ງລາຍຮັບທີ່ນັບມື້ນັບສູງກວ່າ. ທ່ານ Golam Moazzem, ຫົວໜ້າຄົ້ນຄວ້າໂອ້ລົມສົນທະນາສູນນະໂຍບາຍ ບັງກະລາເທດ (CPD) ຢືນຢັນວ່າ: ເຖິງວ່າແມ່ນປະເທດໄປຕາມຫຼັງໃນຂົງເຂດດຳເນີນທຸລະກິດເຄື່ອງຕ່ຳແຜ່ນຕັດຫຍິບທົ່ວໂລກກໍ່ຕາມ, ແຕ່ຫວຽດນາມ ໄດ້ກາຍເປັນປະເທດທີ່ຍາດໄດ້ພາກສ່ວນກວມເອົາຕະຫຼາດໃນໂລກຢ່າງໄວທີ່ສຸດ.

        ສ່ວນທ່ານ KM Rezaul Hasanat, ປະທານທັງເປັນຫົວໜ້າບໍລິຫານ Viynticx Group ຖືວ່າ, ບັນດານັກສະໜອງຂອງຫວຽດນາມ ໄດ້ສຸມໃສ່ຜະລິດບັນດາຜະລິດຕະພັນທີ່ໃຊ້ຄວາມລະອຽດກວ່າ, ໃນຂະນະທີ່ບາງປະເທດສຸມໃສ່ຜະລິດບັນດາຜະລິດຕະພັນເປັນພື້ນຖານ. ຍ້ອນເຫດນັ້ນ, ລາຄາບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງຫວຽດນາມ ມີມູນຄ່າສູງກວ່າເມື່ອທຽບໃສ່ບັນດາປະເທດອື່ນຢູ່ພາກພື້ນ. ປະຈຸບັນ, ເຄື່ອງໝາຍການຄ້າ ແລະ ບັນດານັກຂາຍຍ່ອຍປະເພດໂສ້ງເສື້ອກິລາທີ່ມີຊື່ສຽງໃນໂລກສ່ວນຫຼາຍໄດ້ຊອກແຫຼ່ງຜະລິດຕະພັນທີ່ມາຈາກຫວຽດນາມ.

(ແຫຼ່ງຄັດຈາກ VOV)


top