ເສດຖະກິດ

ຜະລິດຕະພັນ ຈາກ ເສັ້ນໄຍກ້ວຍ ໄດ້ສົ່ງອອກ ໄປຕ່າງປະເທດ

ສະຫະກອນ ການຄ້າ ແລະ ບໍລິການ ກະສິກຳ ຄາຍຖ໋າຍ, ເມືອງ ຝູ໋ຊວຽນ, ຮ່າໂນ້ຍ ເປັນຕົວແບບ ທຳອິດ ຢູ່ ຫວຽດ ນາມ ເນື່ອງ ຈາກການຜະລິດເສັ້ນໄຍກ້ວຍ ຈາກລຳກ້ວຍ ເພື່ອສົ່ງອອກ.
ຍ່າງລະຫວ່າງ ສວນກ້ວຍ ກວ້າງ 100 ເຮັກຕາ ສີຂຽວ ສຸດ ສາຍ ຕາ ຢູ່ຕາແສງ ຄາຍຖ໋າຍ, ຮົ່ງຖ໋າຍ, ນາມຕ໋ຽນ ແລະ ວັນເງ້, ພວກ ຂ້າພະເຈົ້າອົດບໍ່ໄດ້ ຕໍ່ຄວາມປະທັບໃຈ ຕໍ່ສິ່ງທີ່ ຕົ້ນກ້ວຍ ໄດ້ນຳ ມາໃຫ້ແຖບດິນ ແຫ່ງນີ້.

ດ້ວຍປະລິມານ ຜົນຜະລິດ, ຕົ້ນກ້ວຍ, ກ້ານກ້ວຍ ຫຼັງການ ເກັບ ກູ້ ຈະມີປະລິມານຫຼວງຫຼາຍ, ກາຍເປັນສິ່ງ ເສດເຫຼືອ ກາຍເປັນພາ ລະ ຕໍ່ສິ່ງແວດລ້ອມ ກໍຄືຕ້ອງເສຍຄ່າໃຊ້ ຈ່າຍ ຢ່າງຫຼວງຫຼາຍ ໃນ ວຽກງານມ້ຽນມັດ, ກໍາຈັດຕົ້ນກ້ວຍ.

ຊອກຮູ້ ແລະ ໄດ້ຂ່າວວ່າ ບໍລິສັດ Musa Pacta ຈຳກັດເປັນ ວິສາຫະກິດ ທຳອິດຢູ່ຫວຽດນາມ ຂຸດຄົ້ນຕົ້ນກ້ວຍ ເຮັດເປັນ ເສັ້ນໄຍກ້ວຍ ໄດ້ເປີດທາງອອກ ວິທີການແກ້ໄຂ ດີທີ ສຸດໃຫ້ ແກ່ການປູກກ້ວຍ ຢູ່ທ້ອງຖິ່ນ. ທ່ານ ຫງວຽນດຶກຕ໋ວນ ໄດ້ລົງ ທຶນສ້າງຕັ້ງໂຮງງານ, ຊື້ອຸປະກອນ ແລະ ສ້າງຕັ້ງສະຫະ ກອນການຄ້າ ແລະ ບໍລິການ ກະສິກຳ ຄາຍຖ໋າຍຂຶ້ນ ດ້ວຍ ຄວາມມຫວັງ ເຮັດໃຫ້ຕົ້ນ ກ້ວຍ ກາຍ ເປັນ ບັນດາ ຜະລິດ ຕະພັນ ນຳມາແຫຼ່ງ ລາຍຮັບໃຫ້ແກ່ຄົນທັງຫຼາຍ.


ພື້ນທ່ີວັດຖະດິບ ມີເນື້ອທີ່ປູກກ້ວຍ 100 ເຮັກຕາ ຢູ່ ຕາແສງ ຄາຍຖ໋າຍ, ເມືອງ ຝູ໋ຊວຽນ, ຮ່າໂນ້ຍ.


ຊາວກະສິກອນ ປຸງແຕ່ງຕົ້ນກ້ວຍຂັ້ນຕົ້ນ ດ້ວຍວິທີປອກກາບ ອອກ ເພື່ອເອົາແຕ່ສ່ວນເນື້ອຢູ່ທາງໃນ. 


ເສັ້ນໄຍກ້ວຍ ຫຼັງຈາກຜ່ານການປຸງແຕ່ງຢ່າງສົມບູນແລ້ວ ຈະນຳ ໄປຕາກແດດໃຫ້ແຫ້ງ. 


ຂັ້ນຕອນ ຊາວກະສິກອນຖັກເຊືອກ ທີ່ເຮັດຈາກເສັ້ນໄຍ ກ້ວຍ. 


ບັນດາສະມາຊິກ ຂອງ ສະຫະກອນ ຄາຍຖ໋າຍ ກຳລັງຜະ ລິດ ບັນ ດາຜະລິດຕະພັນ ທີ່ເຮັດ ຈາກເສັ້ນໄຍກ້ວຍເຊັ່ນ: ກະຕ່າ, ກະທໍ ແລະ ໄມ້ຟອຍ...


ຂັ້ນຕອນ ຝັ້ນເສັ້ນໄຍກ້ວຍ ເປັນເສັ້ນໃຫຍ່ ເພື່ອຜະລິດ ອູ່ ຈາກ ເສັ້ນໄຍກ້ວຍ.


ເສັ້ນໄຍກ້ວຍ ຫຼັງຈາກ ຝັ້ນເປັນເສັ້ນ ແລ້ວ ຈະຜະລິດ ເປັນ ຜະລິດ ຕະພັນ ຈຳນວນໜຶ່ງ ເຊັ່ນ ພົມປູພື້ນເຮືອນ, ພົມປູ ພື້ນ... 


ເຮັດໃຫ້ສົມບູນແບບ ຜະລິດຕະພັນ ທີ່ເຮັດຈາກ ເສັ້ນໄຍກ້ວຍ. 


ການເຮັດຟອຍ ລ້າງຈານ, ຈອກ ຈາກເສັ້ນໄຍກ້ວຍ.

ປັດຈຸບັນ, ຫວຽດນາມ ມີເນື້ອທີ່ ປູກກ້ວຍ ປະມານ 150.000 ເຮັກຕາ, ຄາດວ່າ ສາມາດສະໜອງເສັ້ນໄຍກ້ວຍ ປະມານ 200.000 ໂຕນ/ປີ ນຳມາຊ່ຶງລາຍຮັບປະມານ 700 ລ້ານ ໂດລາ ສະຫະລັດ/ປີ.
 
ສະຫະກອນ ຄາຍຖ໋າຍ ໄດ້ຮ່ວມມືກັບບໍລິສັດ ກົນຈັກ GMF ແລະ ບໍລິສັດ Musa Pacta ຈຳກັດ ເຊັນສັນຍາ ຮ່ວມມື ແລະ ພ້ອມກັນ ຄົ້ນຄວ້າພັດທະນາ ຢ່າງຄົບຊຸດ ອຸປະກອນ ໃຫ້ແກ່ການຂຸດຄົ້ນເສັ້ນໄຍກ້ວຍ ຢູ່ຫວຽດນາມ. ຈາການ ຮ່ວມມືດັ່ງກ່າວ, GMF ແລະ Musa Pacta ໄດ້ແນະນໍາອອກ ສູ່ຕະຫຼາດ ບັນດາຕົວແບບເຄື່ອງຈັກ ທີ່ໃຊ້ ໃນການຂຸດຄົ້ນ ເສັ້ນໄຍກ້ວຍເຊັ່ນ: ຈັກ ຮູດເສັ້ນໄຍກ້ວຍ, ຈັກຜ່າຕົ້ນກ້ວຍ, ຈັກໜີບຕົ້ນກ້ວຍ,  ຈັກທໍາຄວາມສະອາດ ເສັ້ນໄຍກ້ວຍ... ສຳລັບບໍລິສັດ Musa Pacta ຈຳກັດ ຈະເປັນຜູ້ຮັບຈໍາໜ່າຍ ຜະລິດຕະພັນ ທັງໝົດຂອງ ສະຫະກອນ.

ທ່ານ ຫງວຽນດຶກຕ໋ວນ, ປະທານສະຫະກອນ ຄາຍຖ໋າຍ ໃຫ້ ຮູ້ວ່າ: “ສະຫະກອນ ກຳລັງຂະຫຍາຍ ພື້ນຖານການ ຜະລິດ ໃນທົ່ວເມືອງ, ເປີດກວ້າງເຂດວັດຖຸດິບ ດ້ວຍເປົ້າໝາຍ ສົ່ງ ອອກເສັ້ນໄຍກ້ວຍ ແລະ ບັນດາຜະລິດຕະພັນ ຈາກເສັ້ນໄຍ ກ້ວຍ 3.000 ໂຕນ/ປີ.

ຜະລິດຕະພັນຈຳນວນໜ່ຶງທີ່ໄດ້ເຮັດຈາກເສັ້ນໄຍກ້ວຍ: 
















ມີຂ່າວດີວ່າ ສູນການສະໜັບສະໜູນ ເຕັກໂນໂລຊີ, ກະຊວງ ວິທະຍາສາດ ເຕັກໂນໂລຊີ ໄດ້ແຕ່ງຕັ້ງພະນັກງານ ມາ ສະ ຫະກອນ ເພື່ອທໍາການສຶກສາ ດ້ວຍຄວາມຫວັງ ທ່ີຈະເຜີຍ ແຜ່ ເຕັກນິກ ເຮັດເສັ້ນໄຍກ້ວຍ ໃຫ້ປະຊາຊົນ ໃນທົ່ວປະ ເທດ. ທ່ານ ເລມົ້ງເລີມ, ຮອງຜູ້ອຳນວຍການສູນ ສະໜັບສະ ໜູນ ມອບໂອນ ເຕັກໂນໂລຊີໃຫ້ຮູ້ວ່າ: “ກະຊວງວິທະຍາ ສາດ ເຕັກໂນໂລຊີ ຈະເປັນເພື່ອນຮ່ວມທາງ ພ້ອມກັບສະ ຫະກອນ ຄາຍຖ໋າຍ ເພື່ອນຳເຕັກນິກ ເຮັດເສັ້ນໄຍກ້ວຍ ໝູນ ໃຊ້ ຢູ່ບັນດາເຂດປູກກ້ວຍ ໃນ 63 ແຂວງ- ນະຄອນ ຂອງ ຫວຽດນາມ”. 
ບົດ: ບິກເວິນ-ພາບ: ແທງຢາງ

top