ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ຜະລິດກະສິກຳດ້ວຍເຕັກໂນໂລຊີສູງ

ເພື່ອກໍ່ສ້າງຊົນນະບົດໃໝ່ຕາມທິດຍືນຍົງຄົງຕົວ, ຮ່າໂນ້ຍ ໄດ້ເອົາໃຈໃສ່ໃນການນຳໃຊ້ເຕັກໂນໂລຊີສູງ ເຂົ້າໃນການຜະລິດກະສິກຳເພື່ອຜະລິດອອກ ຫຼາຍຜະລິດຕະພັນທີ່ມີຄຸນນະພາບສູງ. ສິ່ງດັ່ງກ່າວ ມີຄວາມໝາຍສຳຄັນຕໍ່ການ ຈັດໂຄງປະກອບ ກະສິກຳ ຮ່າໂນ້ຍ ຄືນໃໝ່ຕິດພັນກັບການກໍ່ສ້າງຊົນນະບົດໃໝ່ ຕາມທິດທັນສະໄໝ.
ຊຸມປີຜ່ານມາ, ການຜະລິດກະສິກຳຂອງ ຮ່າໂນ້ຍ ມີຫຼາຍການປ່ຽນແປງ ຢ່າງຂັນແຂງ, ເປັນຕົ້ນແມ່ນຫຼັງຈາກສຳເລັດວຽກງານໂຮມເນື້ອທີ່ເພາະ ປູກເປັນທົ່ງໃຫຍ່ ຕິດພັນກັບແຜນສັງລວມເຂດຜະລິດ, ລົງທຶນກໍ່ສ້າງ ລະບົບຄອງເໝືອງ, ຊົນລະປະທານ, ເສັ້ນທາງໄປມາຢູ່ທົ່ງນາ. ສິ່ງດັ່ງກ່າວ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາ ທ້ອງຖິ່ນກໍ່ສ້າງຕົວແບບຜະລິດກະສິກຳຕາມທິດຜະລິດສິນຄ້າ ແລະ ນຳໃຊ້ເຄື່ອງຈັກເຂົ້າໃນການເພາະປູກ.
 
ຄຽງຄູ່ກັນນັ້ນ, ການນຳໃຊ້ບັນດາເຕັກນິກທີ່ກ້າວໜ້າກ່ຽວກັບແນວປູກ, ວິທີການກະເສດສຸມ, ຊຸກຍູ້ການຫັນປ່ຽນໂຄງປະກອບແນວພັນປູກ, ສັດລ້ຽງ, ກໍ່ສ້າງເປັນຂົງເຂດຜະລິດສິນຄ້າລວມສູນ, ສ້າງພື້ນຖານເພື່ອໃຫ້ ຮ່າໂນ້ຍ ພັດທະນາກະສິກຳເຕັກໂນໂລຊີສູງ. 


ທ່ານ ຫງວຽນດຶກຖັ໋ງ ຢູ່ຕາແສງ ກິມອານ, ເມືອງແທງອວາຍ, ຮ່າໂນ້ຍ
ປູກຕົ້ນໄມ້ກິນໝາກຫຼາຍຊະນິດຄື: ໝາກກ້ຽງຫວານ, ໝາກສົ້ມໂອ ຢຽນ... ຕາມຕົວແບບຂອງ VietGap,
ບັນລຸໄດ້ລາຍຮັບ ຫຼາຍຮ້ອຍ
ລ້ານດົ່ງຕໍ່ປີ. ພາບ: ດິ່ງເຫວ້. 


ຫຼາຍພື້ນຖານປູກດອກໄມ້ທີ່ບ້ານ  ຝູ່ງ, ເມືອງ ດານເຝື້ອງ,  ຮ່າໂນ້ຍ ໄດ້ນຳໃຊ້ເຕັກໂນໂລຊີສູງ
ໃນການຜະລິດດອກໄມ້, ນຳມາລາຍຮັບສູງ
ດ້ານເສດຖະກິດ. ພາບ: ດິ່ງເຫວ້


ຮ່າໂນ້ຍ ກຳລັງຍູ້ແຮງວຽກງານໂຮມເນື້ອທີ່ເພາະປູກເປັນທົ່ງໃຫຍ່, ນຳໃຊ້
ເຄື່ອງຈັກເຂົ້າໃນການຜະລິດກະສິກຳ. ພາບ: ຮວ່າງຮ່າ

ປູກດອກໄມ້ນຳໃຊ້ເຕັກໂນໂລຊີສູງ, ນຳລາຍຮັບສູງດ້ານເສດຖະກິດມາ
ໃຫ້ແກ່ຊາວບ້ານ ອຽນເສີ, ເມືອງ ຮວ່າຍດຶກ, ຮ່າໂນ້ຍ. ພາບ: ຈິ້ງວັນໂປ້


ຮ່າໂນ້ຍ ໄດ້ສ້າງແຜນສັງລວມເຂດເພາະປູກຄືນໃໝ່,​ ສ້າງເງື່ອນໄຂທີ່
ສະດວກໃຫ້ບັນດາທ້ອງຖິ່ນກໍ່ສ້າງຫຼາຍຕົວແບບຜະລິດກະສິກຳຕາມທິດ
ຜະລິດສິນຄ້າ ແລະ ນຳໃຊ້ເຄື່ອງຈັກເຂົ້າໃນການຜະລິດ. ພາບ: ຮວ່າງຮ່າ


ຜະລິດເຂົ້າ ແລະ ຜັກປອດສານພິດທີ່ຕາແສງ ເວີນໂຮ້ຍ, ເມືອງ ດົງແອງ, ຮ່າໂນ້ຍ.​ ພາບ: ຮວ່າງຮ່າ

ຈັດຕັ້ງການແນະນຳຈັກຜະລິດກະສິກຳ ກັບຊາວກະສິກອນ
ແລະ ພະພັກງານຄຸ້ມຄອງຂະແໜງກະສິກຳ ຮ່າໂນ້ຍ. ພາບ: ຮວ່າງຮ່າ


ແນະນຳຜະລິດຕະພັນຜັກປອດສານພິດຈຳນວນໜຶ່ງ ທີ່ໄດ້ນຳໃຊ້ ເຕັກໂນໂລຊີສູງໃນການຜະລິດ
ທີ່ງານຕະຫຼາດນັດກະສິກຳ ແລະ ໝູ່ບ້ານອາຊີບ ຮ່າໂນ້ຍ. ພາບ: ຈິ້ງວັນໂປ້


ປະຊາຊົນມາເຂົ້າຮ່ວມງານຕະຫຼາດນັດກະສິກຳ ແລະ ໝູ່ບ້ານອາຊີບ ຮ່າໂນ້ຍ ເພື່ອຊອກຮູ້ກ່ຽວກັບ
ບັນດາຜະລິດຕະພັນກະສິກຳທີ່ມີ ຄຸນນະພາບສູງຂອງ ຮ່າໂນ້ຍ. ພາບ: ຈິ້ງວັນໂປ້
ເພື່ອຍົກສູງກຳລັງການຜະລິດ,
ຄຸນນະພາບ ແລະ ຄຸນຄ່າສິນຄ້າກະສິກຳ, ຮ່າໂນ້ຍ ໄດ້ອະນຸມັດຜ່ານແຜນການພັດທະນາຊົນນະບົດ ທີ່ນຳໃຊ້ ເຕັກໂນໂລຊີສູງ ໄລຍະ 2016-2020. ໃນໄລຍະນີ້, ຮ່າໂນ້ຍ ຈະສຳເລັດການກໍ່ສ້າງເຂດກະສິກຳນຳໃຊ້ເຕັກໂນໂລຊີສູງແຫ່ງໜຶ່ງ,​ 9 ຕົວແບບ ປະສົມພັນ ແລະ ແນວປູກ, 51 ຕົວແບບສະແດງການຜະລິດນຳໃຊ້ເຕັກໂນໂລຊີສູງ, 22 ຕົວແບບປຸງແຕ່ງແບບຊົ່ວຄາວ, ເກັບຮັກສາ, ປຸງແຕ່ງ, 3 ວິສາຫະກິດກະສິກຳນຳໃຊ້ເຕັກໂນໂລຊີສູງ ແລະ ອື່ນໆ. 
ປະຈຸບັນ, ຢູ່ ຮ່າໂນ້ຍ ມີຕົວແບບນຳໃຊ້ເຕັກໂນໂລຊີສູງຈຳນວນໜຶ່ງເຂົ້າໃນການຜະລິດ, ປຸງແຕ່ງ, ຮັກສາຜະລິດຕະພັນກະສິກຳ, ນຳມາ ໝາກຜົນສູງດ້ານເສດຖະກິດ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນຄື: ຕົວແບບ ປະສົມພັນເຂົ້າຄຸນນະພາບສູງ,​ ປະສົມພັນໝາກໄມ້ພິເສດຫຼາຍຊະນິດ ຂອງທ້ອງຖິ່ນ ແລະ ອື່ນໆ.
 
ຕົວແບບກໍ່ສ້າງຟາມປູກດອກກ້ວຍໄມ້ໃນເຮືອນກະຈົກ ທີ່ນຳໃຊ້ ເຕັກໂນໂລຊີປູກເຊື້ອຈຸລັງ, ຫົດນຳ້ແບບປະຢັດຢູ່ເມືອງ ດົງແອງ ໄດ້ນຳມາໝາກຜົນສູງ ດ້ານເສດຖະກິດ. ບັນດາຕົວແບບລ້ຽງໝູ, ງົວແມ່ນົມ ຕາມເຕັກໂນໂລຊີແບບຄົບວົງຈອນ, ມີລະບົບລະບາຍອາກາດ, ການການ, ການດື່ມແບບອັດຕະໂນມັດ ສຸມໃສ່ຢູ່ເມືອງ: ເຊີນໄຕ, ບາວີ່, ອືງຮວ່າ, ເຈືອງໝີ໋, ດານເຝື້ອງ, ກວັກອວາຍ... ໃຫ້ຜະລິດຕະພັນທີ່ມີຄຸນນະພາບສູງ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ບໍລິໂພກ.
 
ທ່ານ ຈູຝູ໋ໝີ໋, ອຳນວຍການພະແນກກະສິກຳ ແລະ ພັດທະນາຊົນນະບົດຮ່າໂນ້ຍ ໃຫ້ຮູ້ວ່າ, ການນຳໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດ ເປັນໜຶ່ງໃນບັນດາເນື້ອໃນສຳຄັນຂອງແຜນຮ່າງຈັດອົງປະກອບຂະແໜງກະສິກຳນະຄອນຫຼວງຄືນໃໝ່. ຮ່າໂນ້ຍ ເປັນທ້ອງຖິ່ນມີສິນຄ້າກະສິກຳຫຼາຍຊະນິດຄື: ໝາກກ້ຽງ ແກງ, ໝາກສົ້ມໂອ ຢຽນ, ໄກ່ ເດືອງເລີມ, ເປັດ ເວີນດິ່ງ, ນຳ້ນົມ ບາວີ່, ຊາ ບາວີ່ ແລະ ອື່ນໆ. ໃນນັ້ນ, ມີສິນຄ້າກະສິກຳຈຳນວນໜຶ່ງ ໄດ້ມີເຄື່ອງໝາຍການຄ້າ ແລະ ກຳລັງ ຜັນຂະຫຍາຍຄຸນຄ່າເປັນຢ່າງດີ, ນຳມາລາຍຮັບສູງໃຫ້ແກ່ ຊາວກະສິກອນ ຢູ່ນະຄອນ ຮ່າໂນ້ຍ.
ບົດ: ຮວ່າງຮ່າ - ພາບ: ຮວ່າງຮ່າ, ຈິ້ງວັນໂປ້ ແລະ ດິ່ງເຫວ້


top