ຂ່າວສານ

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ: ພັດ​ທະ​ນາ ເກີ່ນ​ເທີ ກາຍ​ເປັນ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ຮັ່ງ​ມີ​ສວຍ​ງາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີໃຫ້ເກີ່ນເທີ ຕ້ອງຂຸດຄົ້ນບັນດາທ່າແຮງຂອງຕົນໃນໄລຍະໃໝ່ຢ່າງສຸດຂີດ, ປະຕິບັດການປະຕິວັດກ່ຽວກັບການຈັດຕັ້ງພະນັກງານ ແລະ ເປົ້າໝາຍການເຕີບໂຕ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ພິທີ

ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975  - ວັນທີ 30 ເມສ 2025) ຢູ່ນະຄອນ ເກີນເທີ ໃນຕອນຄ່ຳວັນທີ 26 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວເດີນພັດທະນາຢ່າງຕັ້ງໜ້າຂອງນະຄອນໃນການພັດທະນາເສດຖະກິດ - ສັງຄົມ ພາຍຫຼັງ 50 ປີແຫ່ງວັນປົດປ່ອຍ, ໂດຍສະເພາະແມ່ນພາຍຫຼັງ 20 ປີ ທີ່ນະຄອນ ເກີ່ນເທີ ກາຍເປັນນະຄອນຂຶ້ນກັບສູນກາງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີໃຫ້ເກີ່ນເທີ ຕ້ອງຂຸດຄົ້ນບັນດາທ່າແຮງຂອງຕົນໃນໄລຍະໃໝ່ຢ່າງສຸດຂີດ, ປະຕິບັດການປະຕິວັດກ່ຽວກັບການຈັດຕັ້ງພະນັກງານ ແລະ ເປົ້າໝາຍການເຕີບໂຕ. ໃນນັ້ນ, ສຸມໃສ່ເອົາໃຈໃສ່ພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ... ເພື່ອໃຫ້ ເກີ່ນເທີ ນັບມື້ນັບພັດທະນາ, ກາຍເປັນນະຄອນອັດສະລິຍະ, ຮັ່ງມີສວຍງາມ, ວັດທະນາຖາວອນ, ທັນສະໄໝໂດຍໄວ.

        ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມດ້ວຍບັນດາຜູ້ແທນໄດ້ຮັບຊົມລາຍການສິລະປະພິເສດ.


top