ຂ່າວສານ

ປ​ະ​ທານ​ປະ​ເທດ: ສ້າງ​ເງື່ອນ​ໄຂ​ເພື່ອໃຫ້​ຜູ້​ອາ​ຍຸ​ສູງ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 1 ຕຸລາ, ຢູ່ນະຄອນຮືງອຽນ, ແຂວງ ຮືງອຽນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີປຸກລະດົມຕອບສະໜອງເດືອນກະທຳເພື່ອຜູ້ອາຍຸສູງ ຫວຽດນາມ 2022.
  ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ  

ໂດຍຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ສະແດງນ້ຳໃຈຄວາມເຄົາລົບນັບຖືຕໍ່ສະມາຄົມທຸກຂັ້ນ ແລະ ຜູ້ອາຍຸສູງກ່ວາ 12 ລ້ານຄົນໃນທົ່ວປະເທດ. ທ່ານປະທານປະເທດ ໄດ້ຕີລາຄາສູງສະມາຄົມຜູ້ອາຍຸສູງ ໃນທົ່ວປະເທດ ດ້ວຍສະມາຊິກກ່ວາ 10 ລ້ານຄົນ, ທີ່ບັນລຸໄດ້ຜົນງານຫຼາຍຢ່າງທີ່ເປັນໜ້າຊົມເຊີຍ. ທ່ານກ່າວວ່າ:

ທ່ານປະທານໂຮ່ຈີມິນເຄີຍສັ່ງສອນວ່າ: “ຜູ້ອາຍຸສູງແມ່ນຊັບສົມບັດອັນລ້ຳຄ່າຂອງຂາດ,  ແລະ ຂອງລັດ”, ໃນຊຸມປີຈະມາເຖິງ, ພັກ ແລະ ລັດ ເຮົາຍາມໃດກໍ່ເອົາໃຈໃສ່, ຖືເປັນສຳຄັນວຽກງານເບິ່ງແຍງດູແລຜູ້ອາຍຸສູງ ເພື່ອໃຫ້ຜູ້ອາຍຸສູງໄດ້ຮັບການເບິ່ງແຍງໃນເງື່ອນໄຂດີທີ່ສຸດ. ຂ້າພະເຈົ້າຕີລາຄາສູງສູນກາງສະມາຄົມຜູ້ອາຍຸສູງ ຫວຽດນາມ ໄດ້ຈັດພິທີປຸກລະດົມໃນປີນີ້ ສືບຕໍ່ປະຕິບັດຫົວຂໍ້ທີ່ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງຄື “ຮ່ວມເດີນທາງໃນການເບິ່ງແຍງ ຜູ້ອາຍຸສູງ ທີ່ປະສົບກັບຄວາມຫຍຸ້ງຍາກ”.

ທ່ານປະທານປະເທດ ຫວັງວ່າ ຜູ້ອາຍຸສູງ ຫວຽດນາມ ພາຍໃນປະເທດ ແລະ ຕ່າງປະເທດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ປະຕິບັດຂະບວນການແຂ່ງຂັນຮັກຊາດເປັນຢ່າງດີ ເພື່ອປະກອບສ່ວນກຳລັງເຫື່ອແຮງ, ພູມປັນຍາ, ບົດຮຽນປະສົບການຂອງຕົນ ເຂົ້າໃນການສ້າງສາ ປະເທດຊາດ ດ້ວຍເປົ້າໝາຍປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.


top