ຂ່າວສານ

ປ່ຽນແປງໃໝ່ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ເພື່ອໃຫ້ໂລກເຂົ້າໃຈຫວຽດນາມຫຼາຍກ່ວາອີກ

ກອງປະຊຸມຜັນຂະຫຍາຍ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດປີ 2022 ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 23/2, ຢູ່ຮ່າໂນ້ຍ, ໂດຍການເປັນປະທານຂອງທ່ານ ຫງວຽນຈ້ອງເງ້ຍ.ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ, ຫົວໜ້າຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ.

ກອງປະຊຸມຜັນຂະຫຍາຍ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດປີ 2022 ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 23/2, ຢູ່ຮ່າໂນ້ຍ, ໂດຍການເປັນປະທານຂອງທ່ານ ຫງວຽນຈ້ອງເງ້ຍ.ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ, ຫົວໜ້າຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ.

 

ທ່ານ ຫງວຽນຈ້ອງເງ້ຍ.ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ, ຫົວໜ້າຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ

 ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຈ້ອງເງ້ຍ.ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ, ຫົວໜ້າຄະນະຊີ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດເນັ້ນໜັກວ່າ:

    “ ເພື່ອໃຫ້ໂລກເຂົ້າໃຈຫວຽດນາມໄດ້ດີກວ່າ, ພວກເຮົາຕ້ອງຍູ້ແຮງວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດຫຼາຍກວ່າເກົ່າ, ມີປະສິດທິຜົນ, ມີຄວາມຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນກວ່າ. ປີນີ້, ຕ້ອງປະຕິບັດເປັນຢ່າງດີໃນການເພີ່ມທະວີ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ຍົກສູງປະສິດທິຜົນຂອງການນຳໃຊ້ເຕັກໂນໂລຊີສື່ສານເຂົ້າໃນວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ຕໍ່ສູ້ຕໍ່ຫາງສຽງທີ່ບິດເບືອນແນວທາງ, ແຜນນະໂຍບາຍ ແລະ ພາລະກິດປ່ຽນແປງໃໝ່ຂອງພັກ ແລະ ລັດຫວຽດນາມ. ພວກເຮົາ ສະແດງໃຫ້ເຫັນເຈດຈຳນົງ ຄວາມມຸ່ງມາດປາດຖະໜາ, ທາດແທ້ດີເລີດຂອງພວກເຮົາ, ເພື່ອໃຫ້ເພື່ອນມິດສາກົນ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າໃຈຫວຽດນາມ ແລະ ຮັກແພງຫວຽດນາມ ຫຼາຍກ່ວາອີກ.”

     ພ້ອມກັນນັ້ນ, ຕ້ອງສືບຕໍ່ເພີ່ມທະວີການສົມທົບກັນລະຫວ່າງການທູດຂອງພັກ, ການທູດແຫ່ງລັດ ແລະ ການທູດປະຊາຊົນ ເພື່ອສ້າງການເຊື່ອມຕໍ່ໃນ ດ້ານຂໍ້ມູນຂ່າວສານ; ສ້າງຄວາມອຸດົມ ສົມບູນທາງດ້ານເນື້ອຫາ ແລະ ຮູບການຖະແຫຼງຂ່າວໃຫ້ຕ່າງປະເທດ. ຫັນບັນດາແຫຼ່ງກຳລັງປະຕິບັດ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດໃຫ້ເປັນຫຼາຍຮູບຫຼາຍແບບ.

(ແຫຼ່ງຄັດຈາກ VOV)


top