ຂ່າວສານ

ປ່ຽນແປງໃໝ່ການຖະແຫຼງຂ່າວໃຫ້ຕ່າງປະເທດຢູ່ເຂດຊາຍແດນ

      ເປົ້າໝາຍການເພີ່ມທະວີວຽກງານຖະແຫຼງຂ່າວໂຄສະນາ ແລະ ຖະແຫຼງຂ່າວໃຫ້ຕ່າງປະເທດ ແມ່ນແນໃສ່ໂຄສະນາພາບພົດຂອງ ຫວຽດນາມ ໃຫ້ບັນດາປະເທດທີ່ມີເສັ້ນຊາຍແດນຕິດກັບ ຫວຽດນາມ

(ພາບປະກອບ/ TTXVN) 
      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ເຊັນຂໍ້ຕົກລົງວ່າດ້ວຍການອະນຸມັດຜ່ານເປົ້າໝາຍ, ໜ້າທີ່, ມາດຕະການປ່ຽນແປງໃໝ່ ແລະ ຍົກສູງກຳລັງຄວາມສາມາດວຽກງານຖະແຫຼງຂ່າວໂຄສະນາ ແລະ ຖະແຫຼງຂ່າວໃຫ້ຕ່າງປະເທດ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.
        ເປົ້າໝາຍການເພີ່ມທະວີວຽກງານຖະແຫຼງຂ່າວໂຄສະນາ ແລະ ຖະແຫຼງຂ່າວໃຫ້ຕ່າງປະເທດ ແມ່ນແນໃສ່ໂຄສະນາພາບພົດຂອງ ຫວຽດນາມ ໃຫ້ບັນດາປະເທດທີ່ມີເສັ້ນຊາຍແດນຕິດກັບ ຫວຽດນາມ, ປະກອບສ່ວນສ້າງຊາຍແດນແຫ່ງຊາດໃຫ້ມີສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.
        ການຖະແຫຼງຂ່າວໃຫ້ຕ່າງປະເທດຈະສົມທົບກັບບັນດາການເຄື່ອນໄຫວແລກປ່ຽນ, ສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ, ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາແຂວງຊາຍແດນ ປະກອບສ່ວນໂຄສະນາພາບພົດຂອງປະເທດ ຫວຽດນາມ.
(ແຫຼ່ງຄັດຈາກ VOV)


top