ຂ່າວສານ

ປົກ​ປ້ອງ​ເດັກ​ນ້ອຍ​ແມ່ນ​ໜ້າ​ທີ່​ບຸ​ລິ​ມະ​ສິດ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ມະ​ນຸດ ຫວຽດ​ນາມ

ວຽກ​ງານ​ປົກ​ປ້ອງ​, ເບິ່ງ​ແຍງ​ດູ​ແລ ແລະ ສຶກ​ສາ​ເດັກ​ນ້ອຍ​ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ໂດຍ​ພັກ ແລະ ລັດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ.
ທ່ານ​ນາງ ຟ້າມ​ທິ​ແທັງ​ຈາ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ເດັກ​ນ້ອຍ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VGP)

ຕອນ​ບ່າຍ​ວັນ​ທີ 25 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ (ຮ່າ​ໂນ້ຍ), ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ເດັກ​ນ້ອຍ ໄດ້ຈັດ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ກ່ຽວ​ກັບ​ວຽກ​ງານ​ເດັກ​ນ້ອຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງໂດຍ ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າຮອງ​ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ເດັກ​ນ້ອຍເປັນ​ປະ​ທານ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ ໄດ້​ຢັ້ງ​ຢືນ​ວ່າ ວຽກ​ງານ​ປົກ​ປ້ອງ​, ເບິ່ງ​ແຍງ​ດູ​ແລ ແລະ ສຶກ​ສາ​ເດັກ​ນ້ອຍ​ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ໂດຍ​ພັກ ແລະ ລັດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ມາ​ຮອດ​ປັດ​ຈຸ​ບັນ, ລະ​ບົບ​ລະ​ບອບ​ລະ​ບຽບ​ການ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປົກ​ປ້ອງ, ເບິ່ງ​ແຍງ​ດູ​ແລ​ເດັກ​ນ້ອຍ​ໄດ້​ຮັບ​ການ​ສ້າງ​ໃຫ້​ສົມ​ບູນ​ແບບ​ໂດຍ​ພື້ນ​ຖານ​ແລ້ວ, ຫວຽດ​ນາມ ກໍ່​ໄດ້​ມີ​ບາດ​ກ້າວ​ຍາວ​ໄກ​ເມື່ອ​ທຽບ​ໃສ່​ກັບຫຼາຍ​ປະ​ເທດ​ໃນ​ໂລກ ທີ່​ກ່ຽວ​ຂ້ອງ​ເຖິງ​ສິດ​ທິ​ເດັກ​ນ້ອຍ, ສ້າງ​ໂອ​ກາດ​ສະ​ພາບ​ແວດ​ລ້ອມ​ມີ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ເດັກ​ນ້ອຍ​ພັດ​ທະ​ນາ.

ກ່ຽວ​ກັບ​ການກຳ​ນົດ​ທິດ​ວຽກ​ງານ​ເດັກ​ນ້ອຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ກຳ​ນົດ​ການ​ປົກ​ປ້ອງ​ເດັກ​ນ້ອຍ​ແມ່ນ​ໜ້າ​ທີ່​ບຸ​ລິ​ມະ​ສິດ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ມະ​ນຸດ ຫວຽດ​ນາມ. ດັ່ງ​ນັ້ນ, ບັນ​ດາ​ທ້ອງ​ຖິ່ນຕ້ອງ​ຍົກ​ອອກ​ເປົ້າ​ໝາຍ, ດັດ​ຊະ​ນີ​ກ່ຽວ​ກັບ​ເດັກ​ນ້ອຍ​ເຂົ້າ​ໃນແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປະ​ຈຳ​ປີ, ຖື​ນີ້​ແມ່ນ​ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ. ສຳ​ລັບ​ສະ​ພາບ​ແວດ​ລ້ອມ​ທາງ​ອິນ​ເຕີ​ເນັດ, ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່​າ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ປົກ​ປ້ອງ, ໜູນ​ຊ່ວຍ​ເດັກ​ນ້ອຍ; ພ້ອມ​ທັງ​ປ່ຽນ​ແປງ​ຢ່າງ​ແຮງ​ຕໍ່​ກັບວຽກ​ງານ​ສື່ມວນ​ຊົນ, ສຶກ​ສາ​ທັກ​ສະ​ເປັນ​ພໍ່​ແມ່​ໃນ​ຍຸກ​ສະ​ໄໝ​ໃໝ່, ທັກ​ສະ​ປົກ​ປ້ອງ​ຕົນ​ເອງ​ໃຫ້​ແກ່​ເດັກ​ໃນ​ທຸ​ກ​ກໍ​ລະ​ນີ.


top