ຂ່າວສານ

ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ ຫວຽດ​ນາມ​ແບບ​ຍືນ​ຍົງ​

ຫວຽດນາມ ພວມຜັນຂະຫຍາຍບັນດາການເຄື່ອນໄຫວໃນສັບປະດາທະເລໝູ່ເກາະ ຫວຽດນາມ (ວັນທີ 1 – 15 ມິຖຸນາ) ແລະ ຕອບສະໜອງວັນມະຫາສະໝຸດ ໂລກ ປີ 2021 ໃນຂອບເຂດທົ່ວປະເທດ. ສັບປະດາມີຫົວຂໍ້ວ່າ “ປົກປັກຮັກສາ ມະຫາສະໝຸດ ແລະ ພັດທະນາເສດຖະກິດ ຫວຽດນາມ ແບບຍືນ”. ຫົວຂໍ້ນີ້ ກໍ່ແມ່ນໜຶ່ງໃນບັນດາເປົ້າໝາຍ ເພື່ອແນໃສ່ຫັນຍຸດທະສາດພັດທະນາເສດຖະກິດທະເລ ແບບຍືນຍົງເປັນລະອຽດ ຕະຫຼອດຮອດປີ 2030, ວິໄສທັດຮອດປີ 2045.
ໝູ່ເກາະ ກາດບ່າ (ພາບ: TTXVN)

ດ້ວຍລະບົບຝັ່ງທະເລຍາວກ່ວາ 3.200 ກິໂລແມັດ, ເນື້ອທີ່ທະເລຂຶ້ນກັບສິດອະທິປະໄຕ ແລະ ສິດອຳນາດສານ ກວ້າງທົບ 3 ເທົ່າເມື່ອທຽບໃສ່ກັບເນື້ອທີ່ດິນຕໍ່ແຜ່ນ, ຫວຽດນາມ ມີທ່າໄດ້ປຽບຫຼາຍຢ່າງ ເພື່ອຍູ້ແຮງການພັດທະນາກ່ຽວກັບທະເລ. ເພື່ອກາຍເປັນປະເທດທີ່ມີຄວາມເຂັ້ມແຂງທາງດ້ານທະເລ, ພັກ ແລະ ລັດຫວຽດນາມ ໄດ້ປະກາດໃຊ້ບັນດາແຜນນະໂຍບາຍ, ແນດທາງ ຫຼາຍຢ່າງ, ຫັນບັນດາເນື້ອໃນດັ່ງກ່າວເປັນລະອຽດ ແລະ ເປັນລະບອບລະບຽບການ. ກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XII ໄດ້ຮັບຮອງເອົາ ມະຕິເລກທີ 36 ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງຈົນຮອດປີ 2030, ວິໄສທັດ ຮອດປີ 2045. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມຸນິດ ຫວຽດນາມ ໄດ້ກຳນົດເສດຖະກິດທະເລ ແມ່ນ ໜຶ່ງໃນບັນດາໜ້າທີ່, ວິທີການແກ້ໄຂສຳຄັນ ເພື່ອ ຮອດປີ 2030, ຫວຽດນາມ ແມ່ນປະເທດພວມພັດທະນາ ທີ່ມີ ອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ…

ປົກປັກຮັກສາມະຫາສະໝຸດ ແລະ ພັດທະນາເສດຖະກິດແບບຍືນຍົງ

ສັບປະດາ ທະເລໝູ່ເກາະ ຫວຽດນາມ ປີ 2021 ສຸມໃສ່ການສື່ສານ, ໂຄສະນາບັນດາບັນຫາທີ່ກ່ຽວຂ້ອງເຖິງ ທະເລ, ໝູ່ເກາະຢ່າງຮອບດ້ານ ຄື ໂຄສະນາບັນດາສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງ ຫວຽດນາມ ຢູ່ທະເລ ຕາມກົດໝາຍສາກົນ; ປົກປັກຮັກສາສິ່ງແວດລ້ອມ, ອະນຸລັກຮັກສາ, ພັດທະນາຊີວະນານາພັນທະເລ ແບບຍືນຍົງ, ເປັນເຈົ້າການໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ ແລະ ປ້ອງກັນ, ຕ້ານໄພທຳມະຊາດ, ກູ້ໄພກູ້ຊີບໃນທະເລ. ເພື່ອປົກປັກຮັກສາມະຫາສະໝຸດ ແລະ ພັດທະນາເສດຖະກິດທະເລ, ບັນດາແຂວງ, ນະຄອນ ກໍ່ເອົາໃຈໃສ່ເປັນພິເສດ ເຖິງການເຜີຍແຜ່ໂຄສະນາ ໄປເຖິງປະຊາຊົນ ກ່ຽວກັບການສ້າງວັດທະນະທຳທະເລ, ສັງຄົມທີ່ສະໜິດຕິດພັນ ແລະ ເປັນມິດກັບທະເລ; ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ, ການຮ່ວມມືສາກົນ ກ່ຽວກັບບັນດາຂົງເຂດທີ່ກ່ຽວຂ້ອງເຖິງທະເລ, ໝູ່ເກາະ.

ໃນໂອກາດນີ້, ບັນດາທ້ອງຖິ່ນ ໄດ້ສົ່ງເສີມຈັດຕັ້ງບັນດາກອງປະຊຸມສຳມະນາ, ການໂອ້ລົມສົນທະນາ ຕາມຮູບການທາງອອນລາຍກ່ຽວກັບວຽກງານຄຸ້ມຄອງ, ຂຸດຄົ້ນ, ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມທະເລ, ໝູ່ເກາະຕາມທິດພັດທະນາແບບຍືນຍົງ ແລະ ຄວບຄຸມເປັນເອກະພາບ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ ແມ່ນເພີ່ມທະວີການຄວບຄຸມການ ເກັບກຳ, ຂົນສົ່ງ, ບຳບັດສິ່ງເສດເຫຼືອ, ຂີ້ເຫຍື້ອ, ຂີ້ເຫຍື້ອຢ່າງປຼາດຕິກ ແຄມທະເລ ແລະ ໃນບັນດາໝູ່ເກາະ, ສົ່ງເສີມຈັດຕັ້ງການເລີ່ມກໍ່ສ້າງ, ມອບຮັບບັນດາໂຄງການປົກປັກຮັກສາ ສິ່ງແວດລ້ອມເພື່ອຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງ ວົງຄະນະຍາດ.

ພັດທະນາເສດຖະກິດທະເລແບບຍືນຍົງບົນພື້ນຖານການເຕີບໂຕຂຽວ

ຕາມບັນດາແຜນນະໂຍບາຍ, ນະໂຍບາຍຂອງ ພັກ ແລະ ລັດ ຫວຽດນາມ ກ່ຽວກັບການພັດທະນາເສດຖະກິດທະເລ, ເປົ້າໝາຍຮອດປີ 2030, ຫວຽດນາມໄດ້ກາຍເປັນປະເທດທະເລທີ່ເຂັ້ມແຂງ, ບັນລຸໄດ້ບັນດາມາດຖານກ່ຽວກັບການພັດທະນາເສດຖະກິດທະເລໂດຍພື້ນຖານ, ສ້າງວັດທະນະທຳຊີວະພາບທະເລເປັນຮູບປະທຳ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ, ສະກັດກັ້ນທ່າອ່ຽງມົນລະພິດ, ສິ່ງແວດລ້ອມທາງທະເລຖືກຊຸດໂຊມ, ສະພາບການດິນຢູ່ແຄມທະເລຖືກເຊາະເຈື່ອນ ແລະ ນ້ຳທະເລຊຶມ, ຟື້ນຟູ ແລະ ຮັກສາບັນດາລະບົບຊີວະພາບທະເລທີ່ສຳຄັນ.

ລາຍລະອຽດ, ຫວຽດນາມພັດທະນາເສດຖະກິດທະເລແບບຍືນຍົງບົນພື້ນຖານການເຕີບໂຕຂຽວ, ຮັກສາຊີວະນາໆພັນ, ລະບົບຊີວະພາບທາງທະເລ; ຮັບປະກັນຄວາມກົມກ່ຽວລະຫວ່າງບັນດາລະບົບຊີວະພາບເສດຖະກິດ ແລະ ທຳມະຊາດ, ລະຫວ່າງການຮັກສາ ແລະ ພັດທະນາ, ລະຫວ່າງຜົນປະໂຫຍດຂອງທ້ອງຖິ່ນ ທີ່ມີທະເລ ແລະ ທ້ອງຖິ່ນບໍ່ມີທະເລ, ເພີ່ມທະວີການເຊື່ອມຕໍ່, ສ້າງໂຄງປະກອບບັນດາຂະແໜງ, ຂົງເຂດຄືນໃໝ່ຕາມທິດຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ້ງແຍ່ງ; ເສີມຂະຫຍາຍກຳລັງຄວາມສາມາດ, ທ່າໄດ້ປຽບຂອງທະເລ, ສ້າງກຳລັງໜູນໃນການພັດທະນາເສດຖະກິດຂອງປະເທດຊາດ. ການພັດທະນາເສດຖະກິດທະເລຂອງຫວຽດນາມ ກໍ່ເໝາະສົມກັບບັນດາມາດຖານສາກົນ, ຄວບຄຸມການຂຸດຄົ້ນຊັບພະຍາກອນທຳມະຊາດ, ຟື້ນຟູລະບົບຊີວະພາບທາງທະເລ, ຕິດພັນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ເຂດທະເລໝູ່ເກາະ. ສູ້ຊົນຮອດປີ 2030, ຂອບຂະໜາດເສດຖະກິດຂອງ 28 ແຂວງ, ນະຄອນ ແຄມທະເລຈະເທົ່າ 65 – 70% GDP ໃນທົ່ວປະເທດ. ທ່ານ ປ.ອ ຕະດິ່ງທີ ຫົວໜ້າ ກົມໃຫຍ່ ທະເລ ແລະ ໝູ່ເກາະ ຫວຽດນາມ ໃຫ້ຮູ້ວ່າ:

ວິທີການສຳຜັດຂອງພວກເຮົາແມ່ນ ຮອບດ້ານ ແລະ ສັງລວມທີ່ສຸດ. ເປົ້າໝາຍໄດ້ຍົກອອກມານັ້ນແມ່ນ ຕ້ອງສຸມໃສ່ເຂົ້າການຈັດຕັ້ງຢ່າງມີແບບມີແຜນ ແລະ ມີລະບົບ. ນີ້ແມ່ນຂັ້ນຕອນສຳຄັນທີ່ສຸດ. ກ່ອນອື່ນໝົດແມ່ນຕ້ອງສຸມໃສ່ເຂົ້າບັນດາຂັ້ນຕອນບຸກທະລຸ, ນັ້ນແມ່ນກ່ຽວກັບລະບອບລະບຽບການ, ກ່ຽວກັບວິທະຍາສາດ, ກ່ຽວກັບຊັບພະຍາກອນມະນຸດກໍ່ຄືພື້ນຖານໂຄງລ່າງ. ນີ້ແມ່ນບັນດາບັນຫາຫຼັກແຫຼ່ງ. ໄປຄຽງຄູ່ກັນນັ້ນ ແມ່ນຕ້ອງການຜັນຂະຫຍາຍບັນດາວິທີການແກ້ໄຂຢ່າງຄົບຊຸດ. ເຮັດໄດ້ແນວນັ້ນ ຈິ່ງສາມາດນຳມາເຊິ່ງປະສິດທິຜົນໃນການພັດທະນາເສດຖະກິດທະເລແບບຍືນຍົງ.

ປົກປັກຮັກສາມະຫາສະໝຸດ ແລະ ພັດທະນາເສດຖະກິດທະເລແບບຍືນຍົງ ແມ່ນທ່າອ່ຽງຕ້ອງເປັນໄປຂອງມວນມະນຸດ. ປະເທດເກືອບທັງໝົດລ້ວນແຕ່ມຸ່ງໄປເຖິງທະເລ. ຫວຽດນາມ ໄດ້, ພວມ ແລະ ຈະສຳຜັດກັບທ່າອ່ຽງພັດທະນາຂອງສາກົນ ເພື່ອຮັບປະກັນການພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)


top