ຂ່າວສານ

ປົກ​ປັກ​ຮັກ​ສາ ແລະ ສືບ​ທອດ​ໃຫ້​ຄົນ​ລຸ້ນ​ໜຸ່ມ ກ່ຽວ​ກັບ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ

ວັນທີ 9 ກຸມພາ, ທ່ານເລຂາທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ Raul Castro  ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. 
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໂອ້ລົມທາງໂທລະສັບກັບ ທ່ານເລຂາທິໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ Raul Castro  (ພາບ: TTXVN)

ໃນການໂອ້ລົມດັ່ງກ່າວ, ທ່ານ Raul Castro  ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ, ນຳພາຂອງພັກກອມມູນິດ ຫວຽດນາມ, ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນຳໜ້າ, ປະຊາຊົນ ຫວຽດນາມ ຈະປະຕິບັດແນວທາງ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກໄດ້ວາງອອກຢ່າງມີໄສ, ສືບຕໍ່ຍາດໄດ້ບັນດາຜົນງານທີ່ໃຫຍ່ຫຼວງກວ່າອີກໃນພາລະກິດກໍ່ສ້າງສັງຄົມນິຍົມ, ສ້າງສາປະເທດ ຫວຽດນາມ ໃຫ້ຈະເລີນຮຸ່ງເຮືອງ ແລະ ສວຍງາມກວ່າເກົ່າ ຄືດັ່ງຄວາມມຸ່ງມາດປາດຖະໜາຂອງປະທານໂຮ່ຈີມິນ. ທ່ານ Raul Castro   ກໍຢັ້ງຢືນວ່າ, ພັກ, ລັດ ແລະ ປະຊາຊົນ ກູບາ ຈະພະຍາຍາມຈົນສຸດຄວາມສາມາດຂອງຄົນເພື່ອປົກປັກຮັກສາ ແລະ ສືບທອດໃຫ້ລຸ້ນໜຸ່ມກ່ຽວກັບສາຍພົວພັນມິດຕະພາບແບບພິເສດ ກູບາ - ຫວຽດນາມ ໃຫ້ຄົນລຸ້ນໜຸ່ມ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເຄົາລົບນັບຖື ແລະ ບໍ່ຫຼົງລືມຄວາມສາມັກຄີ ແລະ ການສະໜັບສະໜູນທັງດ້ານວັດຖຸ ແລະ ຈິດໃຈ ຂອງ ກູບາ ທີ່ມີຕໍ່ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ກໍຄືໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ ໃນ ກວ່າ 6 ທົດສະວັດຜ່ານມາ. ທ່ານກໍສະແດງຄວາມແບ່ງເບົາຄວາມຫຍຸ້ງຍາກຂອງ ກູບາ ທີ່ພວມຕ້ອງປະເຊີນໜ້າໃນໄລຍະປັດຈຸບັນ. ພ້ອມທັງເຊື່ອໝັ້ນຢ່າງແນວແນ່ວ່າ ພາຍໃຕ້ການຊີ້ນຳນຳພາຂອງ ພັກກອມມູນິດ ກູບາ, ປະຊາຊົນ ກູບາ ຈະຜ່ານຜ່າທຸກສິ່ງທ້າທາຍ, ຄວາມຫຍຸ້ງຍາກ, ປະຕິບັດແນວທາງສ້າງຮູບແບບເສດຖະກິດສັງຄົມ ໂດຍກອງປະຊຸມໃຫຍ່ຄັ້ງທີ 6 ລະ ທີ 7 ໄດ້ວາງອອກຢ່າງມີໄຊ ແລະ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 8 ຂອງ ພັກ ກອມມູນິດ ກູບາ ໃນເດືອນ ເມສາ 2021 ນີ້ ຢ່າງປະສົບຜົນສຳເລັດ.

(ແຫຼ່ງຄັດຈາກ VOV)


top