ຂ່າວສານ

ປົກປ້ອງພົນລະເມືອງຫວຽດນາມຢູ່ຍີ່ປຸ່ນ

      ລູກເຮືອທີ່ໄດ້ຮັບການກູ້ເອົາຊີວິດມີຊື່ວ່າ ຫງວຽນວັນຫາຍ, ບ້ານເກີດຢູ່ ຫາຍຟ່ອງ, ປະຈຸບັນພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ ແລະ ມີອາການສຸຂະພາບແມ່ນດີພໍສົມຄວນ.

ກ່ຳປັ່ນ GUO XING 1
(ພາບປະກອບ: FLEETMON)
      ພາຍຫຼັງໄດ້ຢັ້ງຢືນຂໍ້ມູນຂ່າວສານທີ່ວ່າ ມີລູກເຮືອຫວຽດນາມ 5 ຄົນຫາຍສາບສູນ ແລະ ລູກເຮືອຜູ້ໜຶ່ງໄດ້ຮັບການກູ້ເອົາຊີວິດໃນເຫດກ່ຳປັ່ນຕຳກັນຢູ່ແຂວງ Aomori, ປະເທດຍີ່ປຸ່ນ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ດຳເນີນບັນດາມາດຕະການປົກປ້ອງພົນລະເມືອງໂດຍໄວ.
          ລູກເຮືອທີ່ໄດ້ຮັບການກູ້ເອົາຊີວິດມີຊື່ວ່າ ຫງວຽນວັນຫາຍ, ບ້ານເກີດຢູ່ ຫາຍຟ່ອງ, ປະຈຸບັນພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ ແລະ ມີອາການສຸຂະພາບແມ່ນດີພໍສົມຄວນ. ວຽກງານຊອກຫາບັນດາຜູ້ຖືກຫາຍສາບສູນຍັງໄດ້ດຳເນີນໄປຢ່າງຮີບເຮັ່ງຢູ່.
          ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 29 ກຸມພາ, ຢູ່ນອກຝັ່ງທະເລແຂວງ Aomori, ປະເທດຍີ່ປຸ່ນ, ກ່ຳປັ່ນຂົນສົ່ງສິນຄ້າໝາຍເລກ GUO XING ໄດ້ຕຳກັບກ່ຳປັ່ນຫາປາ Tomimaru. ພາຍຫຼັງເກີດເຫດດັ່ງກ່າວປະມານ 20 ນາທີ, ກ່ຳປັ່ນ GUO XING 1 ກໍ່ຈົມລົງນ້ຳ, ກ່ຳປັ່ນລຳນີ້ລວມມີລູກເຮືອ 14 ຄົນ, ປະຈຸບັນ 13 ຄົນທີ່ຍັງເຫຼືອນັ້ນຍັງຫາຍສາບສູນຢູ່.
 (ແຫຼ່ງຄັດຈາກ VOV)


top