ຂ່າວສານ

ປຸກ​ລະ​ດົມ​ສັບ​ປະ​ດາ ເສື້ອ​ຍາວວົງ​ຄະ​ນະ​ຍາດ ເຫວ້ ປີ 2022

ສັບປະດາເສື້ອຍາວວົງຄະນະຍາດເຫວ້ 2022 ດຳເນີນແຕ່ວັນທີ 17 – 23 ມິຖຸນາ, ດ້ວຍຫຼາຍເຫດການ, ການເຄື່ອນໄຫວເພື່ອແນໃສ່ຂຸດຄົ້ນທ່າແຮງ, ເຄື່ອງໝາຍການຄ້າ, ຄຸນຄ່າເປັນເອກະລັກຂອງເຊື້ອຍາວເຫວ້ ພ້ອມທັງເປັນການກະຕຸ້ນການທ່ອງທ່ຽວ, ຢັ້ງຢືນເຄື່ອງໝາຍການຄ້າເສື້ອຍາວເຫວ້ ແລະ ປະກອບສ່ວນໂຄສະນາ, ເຜີຍແຜ່ວັດທະນະທຳເຫວ້.

ສັບປະດາເສື້ອຍາວວົງຄະນະຍາດເຫວ້ 2022 ດຳເນີນແຕ່ວັນທີ 17 – 23 ມິຖຸນາ, ດ້ວຍຫຼາຍເຫດການ, ການເຄື່ອນໄຫວເພື່ອແນໃສ່ຂຸດຄົ້ນທ່າແຮງ, ເຄື່ອງໝາຍການຄ້າ, ຄຸນຄ່າເປັນເອກະລັກຂອງເຊື້ອຍາວເຫວ້ ພ້ອມທັງເປັນການກະຕຸ້ນການທ່ອງທ່ຽວ, ຢັ້ງຢືນເຄື່ອງໝາຍການຄ້າເສື້ອຍາວເຫວ້ ແລະ ປະກອບສ່ວນໂຄສະນາ, ເຜີຍແຜ່ວັດທະນະທຳເຫວ້. 

    

ສັບປະດາເສື້ອຍາວວົງຄະນະຍາດເຫວ້ 2022 ດຳເນີນແຕ່ວັນທີ 17 – 23 ມິຖຸນາ (ພາບ: TTXVN)

ວັນທີ 17 ມິຖຸນາ ຢູ່ນະຄອນ ເຫວ້, ພະແນກວັດທະນະທຳ ແລະ ກິລາແຂວງ ເທື່ອທຽນເຫວ້ ໄດ້ຈັດພິທີປຸກລະດົມ ສັບປະດາເສື້ອຍາວວົງຄະນະຍາດເຫວ້ ປີ 2022. ສັບປະດາເສື້ອຍາວວົງຄະນະຍາດເຫວ້ 2022 ດຳເນີນແຕ່ວັນທີ 17 – 23 ມິຖຸນາ, ດ້ວຍຫຼາຍເຫດການ, ການເຄື່ອນໄຫວເພື່ອແນໃສ່ຂຸດຄົ້ນທ່າແຮງ, ເຄື່ອງໝາຍການຄ້າ, ຄຸນຄ່າເປັນເອກະລັກຂອງເຊື້ອຍາວເຫວ້ ພ້ອມທັງເປັນການກະຕຸ້ນການທ່ອງທ່ຽວ, ຢັ້ງຢືນເຄື່ອງໝາຍການຄ້າເສື້ອຍາວເຫວ້ ແລະ ປະກອບສ່ວນໂຄສະນາ, ເຜີຍແຜ່ວັດທະນະທຳເຫວ້. ທ່ານຟານແທງຫາຍ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ແຂວງ ເທື່ອທຽນເຫວ້ ໃຫ້ຮູ້ວ່າ:

        “ນີ້ຈະເປັນສັບປະດາການເຄື່ອນໄຫວຂອງວົງຄະນະຍາດທີ່ມີຄວາມໝາຍ. ພວກຂ້າພະເຈົ້າມຸ່ງໄປເຖິງການເຄື່ອນໄຫວທັງໝົດແມ່ນສະຫງວນໃຫ້ວົງຄະນະຍາດ, ເພື່ອໃຫ້ເຂົາເຈົ້າເປັນເຈົ້າກຳເຂົ້າຮ່ວມ, ສ້າງເປັນພາບຫຼັກ. ທັງນະຄອນ ເຫວ້, ທັງແຂວງ ເທື່ອທຽນ ເຫວ້ ໄດ້ພ້ອມກັນເຂົ້າຮ່ວມສັບປະດາດັ່ງກ່າວນີ້. ໃນແຕ່ລະກິດຈະກຳເຄື່ອນໄຫວ ແຕ່ວັນທີ 17  23 ມິຖຸນາ, ເຈົ້າກຳທັງໝົດ ລ້ວນແຕ່ແມ່ນບັນດາອົງການຈັດຕັ້ງຊຸມຊົນ, ກຸ່ມຊຸມຊົນເປັນຜູ້ຈັດຕັ້ງຂຶ້ນ. ພວກຂ້າພະເຈົ້າຫວັງວ່າ ກິດຈະກຳເຄື່ອນໄຫວຂອງເສື້ອຍາວວົງຄະນະຍາດປີນີ້ຈະເຮັດໃຫ້ເສື້ອຍາວເຫວ້ກາຍເປັນການເຄື່ອນໄຫວທີ່ເລິກເຊິ່ງກວ້າງຂວາງ ໃນວົງຄະນະຍາດ, ປະຊາຊົນທຸກຖ້ວນໜ້າຢ່າງແທ້ຈິງ”.

        ໃນສັບປະດາດັ່ງກ່າວ, ບາງກິດຈະກຳເຄື່ອນໄຫວທີ່ເປັນເອກະລັກ, ຈັບອົກຈັບໃຈ, ໂດດເດັ່ນ ຈະໄດ້ດຳເນີນ ເປັນຕົ້ນແມ່ນ: ຂະບວນແຫ່ຊຸດເສື້ອຍາວທີ່ເປັນປະເພນີຂອງ ເຫວ້ ດ້ວຍລົດສາມລໍ້, ລົດຖີບ ແລະ ຫຼາຍກິດຈະກຳເຄື່ອນໄຫວຂອງວົງຄະນະຍາດກ່ຽວກັບເສື້ອຍາວ.

(ແຫຼ່ງຄັດຈາກ VOV)


top