ຂ່າວສານ

ປຸກ​ລະ​ດົມ​ການ​ເສັງ​ຊອກ​ຫາ​ມາດ​ຕະ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ

ຕອນບ່າຍວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ຈັດການຖະແຫຼງຂ່າວປຸກລະດົມການເສັງ “ຊອກຫາມາດຕະການຫັນເປັນດີຈີຕອນແຫ່ງຊາດ - Viet Solutions” ປີ 2022.
  ທ່ານ ຫງວຽນຮຸຍຢຸງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແນະນຳກ່ຽວກັບການເສັງ (ພາບ: Nguyen Hien)  

 ຈຸດປະສົງການເສັງ ແມ່ນແນໃສ່ຊອກຫາ ແລະ ປະກາດບັນດາມາດຕະການຫັນເປັນດີຈີຕອນ ຢູ່ ຫວຽດນາມ ໃນທຸກຂະແໜງການ, ຂົງເຂດ, ທ້ອງຖິ່ນ ແລະ ວິສາຫະກິດ. ພ້ອມທັງຊອກຫາ ແລະ ມອບລາງວັນໃຫ້ແກ່ຄູ່ບົດໂຈດດ້ວຍວິທີປະຕິບັດດີເລີດໃຫ້ແກ່ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ແລະ ບັນດາໂຄງການກ່ຽວກັບວົງຄະນະຍາດ. ເປົ້າໝາຍເຂົ້າຮ່ວມ Viet Solutions ແມ່ນ ທຸກອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາຍໃນປະເທດ ແລະ ຕ່າງປະເທດທີ່ມີມາດຕະການເໝາະສົມກັບເປົ້າໝາຍຂອງການເສັງ. ທ່ານ ຫງວຽນຮຸຍຢຸງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຕັ້ງຄວາມຫວັງໄວ້ວ່າ ຈະມີຂໍ້ລິເລີ່ມຜັນຂະຫຍາຍຢູ່ທ້ອງຖິ່ນ ເຊິ່ງສາມາດທະວີຄູນໄປທົ່ວປະເທດ. ຕົວຢ່າງຄື ຂໍ້ລິເລີ່ມ ໂປຼແກຼມ ATM (ຕື່ມເງິນ, ຖອນເງິນ ລະຫວ່າງທະນາຄານກັບ ສະຖານທີ່ບໍລິການໄປສະນີ) ຖ້າໄດ້ຜັນຂະຫຍາຍຢູ່ແຂວງ ລ້າງເຊີນແລ້ວ ມາຜັນຂະຫຍາຍຢູ່ແຂວງ ຊອັກຈັງ ຫຼື ກອນຕູມນັ້ນ ແນ່ນອນວ່າ ເປັນມາດຕະການທີ່ດີ ອາດຈະໄດ້ຮັບລາງວັນໃນປີນີ້. ຫວັງວ່າ ໃນຮອບຊີງຊະນະເລີດ, ພວກເຮົາຈະຊອກຫາໄດ້ມາດຕະການໃດໜຶ່ງ”.


top