ຂ່າວສານ

ປຸກລຸກຄວາມເອກອ້າງທະນົງໃຈຕໍ່ສິນຄ້າຫວຽດນາມ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນອະນຸມັດແຜນຮ່າງພັດທະນາຕະຫຼາດຢູ່ພາຍໃນປະເທດ ຕິດພັນກັບບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ” ໄລຍະ 2021 – 2025.
(ພາບປະກອບ: VGP)
      ເປົ້າໝາຍລວມຂອງແຜນຮ່າງໄລຍະ 2021 – 2025 ແມ່ນພັດທະນາຕະຫຼາດພາຍໃນປະເທດ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຜະລິດ, ດຳເນີນທຸລະກິດ ແລະ ນຳໃຊ້ສິນຄ້າຫວຽດນາມ ຜ່ານການສຸມແຫຼ່ງກຳລັງເພື່ອຍູ້ແຮງບັນດາການເຄື່ອນໄຫວພັດທະນາຕະຫຼາດ ດ້ວຍຊື່ເອີ້ນທີ່ວ່າ: “ຄວາມເອກອ້າງທະນົງໃຈຕໍ່ສິນຄ້າຫວຽດນາມ”, “ສິ່ງຍອດຍິ່ງສິນຄ້າຫວຽດນາມ”, ພ້ອມທັງປະສານສົມທົບເຂົ້າໃນໂຄງການເຄື່ອນໄຫວໃນແຕ່ລະປີຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຫົວໜ່ວຍກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ເພື່ອສ້າງການກະທົບຢ່າງແຮງໃນຂອບເຂດທົ່ວປະເທດ.
(ແຫຼ່ງຄັດຈາກ VOV)


top