ຂ່າວສານ

ປຸກລຸກຄວາມຮັກທະເລໝູ່ເກາະໃນໃຈໝູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ

      ງານວາງສະແດງໄດ້ຖືກຈັດຕັ້ງຂຶ້ນເພື່ອແສ່ແນະນຳໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າແຂວງ ອຽນບ໊າຍ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງທະເລ, ໝູ່ເກາະ ຫວຽດນາມ

ປຸກລຸກຄວາມຮັກທະເລໝູ່ເກາະໃນໃຈໝູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ (ພາບ: baoyenbai.com.vn)
      ວັນທີ 18 ມີນາ, ຢູ່ແຂວງ ອຽນບ໊າຍ, ກົມການເມືອງກອງທັບເຮືອໄດ້ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ອຽນບ໊າຍ ໄຂງານວາງສະແດງ “ທະເລ, ໝູ່ເກາະ ແລະ ນັກຮົບກອງທັບເຮືອ - ກອງທັບ ແລະ ປະຊາຊົນ ອຽນບ໊າຍ ຕໍ່ພາລະກິດປົກປັກຮັກສາອຳນາດອະທິປະໄຕເຂດຊາຍແດນ ແລະ ທະເລໝູ່ເກາະຂອງປະເທດຊາດ”. ງານວາງສະແດງໄດ້ວາງສະແດງຮູບຖ່າຍ, ວັດຖຸພັນ, ຮູບຈຳລອງທີ່ວາດພາບເຖິງວິວັດການສ້າງຕັ້ງ ແລະ ການພັດທະນາຂອງກຳລັງກອງທັບເຮືອ ຫວຽດນາມ ກ່ວາ 200 ຢ່າງ.
        ງານວາງສະແດງໄດ້ຖືກຈັດຕັ້ງຂຶ້ນເພື່ອແສ່ແນະນຳໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າແຂວງ ອຽນບ໊າຍ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງທະເລ, ໝູ່ເກາະ ຫວຽດນາມ. ງານວາງສະແດງຈະແກ່ຍາວຮອດວັນທີ 21 ມີນາ ຈຶ່ງອັດລົງ.
 (ແຫຼ່ງຄັດຈາກ VOV)


top