ຂ່າວສານ

ປຸກລຸກຄວາມຄາດຫວັງ ແລະ ກຳລັງແຮງການປະດິດຄິດສ້າງຢ່າງເຂັ້ມແຂງຂອງຊາວໜຸ່ມ

ບົດລາຍງານການເມືອງທີ່ສະເໜີຢູ່ກອງປະຊຸມໃຫຍ່ຢັ້ງຢືນວ່າ, 5 ປີຜ່ານມາ, ພ້ອມກັບການພັດທະນາຂອງປະເທດຊາດ, ຊາວໜຸ່ມມີການພັດທະນາຮອບດ້ານ.
  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຄັ້ງທີ XII  

ຕອນເຊົ້າວັນທີ 15 ທັນວາ, ຢູ່ສູນກອງປະຊຸມແຫ່ງຊາດ (ຮ່າໂນ້ຍ) ໄດ້ຈັດວາລະປະຊຸມຄົບຄະນະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຄັ້ງທີ XII, ອາຍຸການ 2022 – 2027.

ດ້ວຍຄຳຂວັນການກະທຳ “ຄວາມຄາດຫວັງ - ປະຈັນບານ - ສາມັກຄີ - ຄຸນນະທາດ - ປະດິດຄິດສ້າງ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ  ຄັ້ງທີ XII ໄດ້ສະຫລຸບວຽກງານການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຄັ້ງທີ XI (ອາຍຸການ 2017 – 2022), ກຳນົດເປົ້າໝາຍ, ໜ້າທີ່, ມາດຕະການວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ - ເຍົາວະຊົນ - ອະນຸຊົນ ອາຍຸການ 2022 – 2027.

ບົດລາຍງານການເມືອງທີ່ສະເໜີຢູ່ກອງປະຊຸມໃຫຍ່ຢັ້ງຢືນວ່າ, 5 ປີຜ່ານມາ, ພ້ອມກັບການພັດທະນາຂອງປະເທດຊາດ, ຊາວໜຸ່ມມີການພັດທະນາຮອບດ້ານ. ພັກ, ລັດ ຍາມໃດກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງໃຫ້ລຸ້ນໜຸ່ມ ແລະ ມີຫຼາຍແຜນນະໂຍບາຍ, ນະໂຍບາຍສຳຄັນ, ສ້າງເງື່ອນໄຂສະດວກເພື່ອເບິ່ງແຍງດູແລ, ສຶກສາ, ບຳລຸງສ້າງ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຊາວໜຸ່ມ - ເຍົາວະຊົນ. ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສືບຕໍ່ມີການພັດທະນາ, ສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບ ແລະ ມີການປະກອບສ່ວນເໝາະສົມເຂົ້າໃນບັນດາຜົນງານລວມຂອງປະເທດຊາດ. ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ເນັ້ນໜັກວ່າ:

“ເພີ່ມທະວີການສຶກສາລຸ້ນໜຸ່ມກ່ຽວກັບແນວຄິດການປະຕິວັດ, ສຶກສາຄຸນສົມບັດ, ແບບແຜນວັດທະນະທຳ, ຍົກສູງນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຕໍ່ຊາດ, ຍົກສູງຈິດໃຈຮັບຜິດຊອບກັບປະເທດຊາດ, ສັງຄົມ, ສ້າງສະພາບແວດລ້ອມສິ່ງແວດລ້ອມ, ເງື່ອນໄຂການຮ່ຳຮຽນ, ອອກແຮງງານ…; ສ້າງກຳລັງແຮງໃຫ້ຊາວໜຸ່ມປະຈັນບານໃນການຮ່ຳຮຽນ, ອອກແຮງງານ, ປະດິດຄິດສ້າງ, ເລີ່ມດຳເນີນທຸລະກິດ, ເປັນເຈົ້າບັນດາຄວາມຄິດວິທະຍາສາດ, ເຕັກໂນໂລຊີທັນສະໄໝ, ເສີມຂະຫຍາຍບົດບາດສຳຄັນໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ”.

 


top