ຂ່າວສານ

ປຸກລະດົມລາງວັນອາຊຽນ ປີ 2021

      ລາງວັນນີ້ແມ່ນເພື່ອແນໃສ່ສ້າງແຫຼ່ງບັນດານໃຈໃຫ້ແກ່ພາກພື້ນ ໃນສະພາບທີ່ອາຊຽນ ພວມໃນໄລຍະພ້ອມກັນມຸ່ງໄປເຖິງການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19.
(ພາບ: TTXVN)
      ຄະນະເລຊາອາຊຽນ ຫາກໍ່ປຸກລະດົມລາງວັນອາຊຽນ 2021. ນີ້ແມ່ນປີທີ 4 ລາງວັນນີ້ໄດ້ຈັດຂຶ້ນ ເພື່ອແນໃສ່ເຊີດຊູບັນດາພົນລະເມືອງດີເດັ່ນ ຫຼື ບັນດາອົງການຈັດຕັ້ງຢູ່ພາກພື້ນອາຊຽນ ໄດ້ປະກອບສ່ວນພິເສດເຂົ້າໃນການປັບປຸງ, ກໍ່ສ້າງປະຊາຄົມອາຊຽນ, ຊຸກຍູ້ການເຊື່ອມໂຍງຢູ່ພາກພື້ນ, ການພັດທະນາຢ່າງຮອບດ້ານ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບອາຊຽນ. ລາງວັນນີ້ແມ່ນເພື່ອແນໃສ່ສ້າງແຫຼ່ງບັນດານໃຈໃຫ້ແກ່ພາກພື້ນ ໃນສະພາບທີ່ອາຊຽນ ພວມໃນໄລຍະພ້ອມກັນມຸ່ງໄປເຖິງການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19.
(ແຫຼ່ງຄັດຈາກ VOV)


top