ຂ່າວສານ

ປຸກລະດົມລາງວັນສື່ມວນຊົນເພື່ອພາລະກິດມະຫາສາມະຄີທົ່ວປວງຊົນທັງຊາດ ຄັ້ງທີ XIII

       ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ປຸກລະດົມລາງວັນສື່ມວນຊົນ “ ເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ ” ຄັ້ງທີ XIII ປີ 2017-2018

ທ່ານ ຫງວຽນທ້ຽນເຍິນ
      ທ່ານຫງວຽນທ້ຽນເຍິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກນະຄອນໂຮ່ຈີມິນ ເຂົ້າຮ່ວມການປຸກລະດົມ.
    ບັນດາບົດໜັງສືພິມ ທີ່ໄດ້ຮັບການພິຈາລະນາຮັບລາງວັນ ຄັ້ງທີ XIII ປີ 2017-2018 ລວມມີ: ບົດຂຽນ, ຂ່າວວິທະຍຸ, ຂ່າວພາບ, ຂ່າວເອເລັກໂຕນິກ ແລະ ພາບໂຄສະນາ. ລາງວັນຈະໄດ້ປະກາດໃນໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ ( 18 ພະຈິກ 2018 ).
  ເນື່ອງໃນໂອກາດນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ ແລະ ບັນດາຜູ້ແທນໄດ້ກົດປຸ່ມເປີດສະຫຼອງວາລະສານເອເລັກໂຕນິກແນວໂຮມ.
(ແຫຼ່ງຄັດຈາກ VOV)

top