ຂ່າວສານ

ປຸກລະດົມລາງວັນ ອາຊຽນ 2023

ເວລາສົ່ງເອກະສານຈົດທະບຽນແຕ່ວັນທີ 20 ກຸມພາ ຫາວັນທີ 28 ເມສາ.
  ລາງວັນ ອາຊຽນ 2023 ສະຫງວນໃຫ້ສ່ວນບຸກຄົນ ແລະ ອົງການຈັດຕັ້ງດີເດັ່ນໃນພາກພື້ນ  

ວັນທີ 20 ກຸມພາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ຄະນະເລຂາ ອາຊຽນ ໄດ້ປຸກລະດົມລາງວັນ ອາຊຽນ 2023 ສະຫງວນໃຫ້ສ່ວນບຸກຄົນ ແລະ ອົງການຈັດຕັ້ງດີເດັ່ນໃນພາກພື້ນ.

ໂດຍໄດ້ຮັບການຮູ້ຈັກວ່າ ແມ່ນລາງວັນແຖວໜ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ລາງວັນ ອາຊຽນ ໄດ້ມອບເປັນປະຈຳປີ ເພື່ອເຊີດຊູບັນດາການປະກອບສ່ວນສຳຄັນໃນການໜູນຊ່ວຍສ້າງປະຊາຄົມ ອາຊຽນ. ໃນປີທີ 6 ນີ້, ລາງວັນ ອາຊຽນ ຈະສືບຕໍ່ເຊີດຊູບັນດາສ່ວນບຸກຄົນ ແລະ ອົງການຈັດຕັ້ງມີຄວາມຕັດສິນໃຈ ແລະ ຢືດໝັ້ນຊຸກຍູ້ພາກພື້ນມຸ່ງໄປເຖິງຄວາມກົມກ່ຽວ ແລະ ການພັດທະນາແບບຍືນຍົງເທື່ອລະກ້າວ, ພ້ອມທັງສ້າງສີສັນວັດທະນຳ ອາຊຽນ ໃຫ້ເຂັ້ມແຂງກວ່າ.

ເວລາສົ່ງເອກະສານຈົດທະບຽນແຕ່ວັນທີ 20 ກຸມພາ ຫາວັນທີ 28 ເມສາ. ພາຍຫຼັງໄດ້ຮັບບັນດາການສະເໜີແນະ, ສະພາກຳມະການລວມມີ: ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ແລະ ບັນດາທ່ານອະດີດເລຂາທິການໃຫຍ່ ອາຊຽນ ຈະໄດ້ຮຽກມາເພື່ອເລືອກເອົາບັນດາຜູ້ທີ່ເໝາສົມ. ຄ້າຍຄືກັບຊຸມປີກ່ອນ, ສ່ວນບຸກຄົນ ແລະ ອົງການຈັດຕັ້ງໄດ້ຮັບລາງວັນ ຈະໄດ້ຮັບຂັນ ແລະ ລາງວັນດ້ວຍເງິນສົດທີ່ມີມູນຄ່າ 20.000 USD ໂດຍກອງທຶນ Temasek ຂອງ ສິງກະໂປ ແລະ ອົງການ Yayasan Hasanah ຂອງ ມາເລເຊຍ ອຸປະຖຳ.

 


top