ຂ່າວສານ

ປຸກລະດົມລະດັບຊາດ ເດືອນຮັກສາຄວາມປອດໄພໃນການອອກແຮງງານ

ວັນທີ 5 ພຶດສະພາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນພິທີປຸກລະດົມລະດັບຊາດ ເດືອນຮັກສາຄວາມປອດໄພໃນການອອກແຮງງານຄັ້ງທີ 2

ການເຄື່ອນໄຫວເດືອນຮັກສາຄວາມປອດໄພໃນການອອກແຮງງານ

ນີ້ແມ່ນການເຄື່ອນໄຫວຕົ້ນຕໍຂອງ ເດືອນຮັກສາຄວາມປອດໄພໃນການອອກແຮງງານປີນີ້ ຊຶ່ງໄດ້ດຳເນີນແຕ່ວັນທີ 1 ຫາວັນທີ 3 ພຶດສະພາ.     ເດືອນຮັກສາຄວາມປອດໄພໃນການອອກແຮງງານປີນີ້ ມີຫົວຂໍ້ວ່າ  “ ເປັນເຈົ້າການສະກັດກັ້ນ ແລະ ຄວບຄຸມບັນດາປັດໄຈທີ່ເປັນອັນຕະລາຍ, ກໍ່ຄວາມເສຍຫາຍຢູ່ບ່ອນເຮັດວຽກເພື່ອຈຳກັດອຸບັດຕິເຫດໃນການອອກແຮງງານ ແລະ ພະຍາດອາຊີບ ”. ທ່ານ ຫງວຽນແອງເທີ, ຮອງຫົວໜ້າກົມຮັກສາຄວາມປອດໄພໃນການອອກແຮງງານ-ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ :

    “ ພ້ອມກັບພິທີປຸກລະດົມ, ແມ່ນບັນດາການເຄື່ອນໄຫວຕາມຫົວເລື່ອງ, ການສົນທະນາລະຫວ່າງບັນດາວິສາຫະກິດ, ເວທີປາໄສກ່ຽວກັບການຮັກສາຄວາມປອດໄພໃຫ້ແກ່ແຮງງານໜຸ່ມ. ພ້ອມກັນນັ້ນ, ບັນດາອົງການຄຸ້ມຄອງຈະເພີ່ມທະວີວຽກງານກວດກາກ່ຽວກັບຫຼັກອະນາໄມ, ຄວາມປອດໄພໃນການອອກແຮງງານເພື່ອສະກັດກັ້ນການເກີດ ອຸບັດຕິເຫດໃນການອອກແຮງງານ ”.

(ແຫຼ່ງຄັດຈາກ VOV)



top