ຂ່າວສານ

ປຸກລະດົມບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີຊວດ 2020 ໃນທົ່ວປະເທດ

ຕອນເຊົ້າວັນທີ 30 ມັງກອນ, ຢູ່ຕາແສງ ຫວຽດເກື່ອງ, ເມືອງ ເຈິ໊ນອຽນ, ແຂວງ ອຽນບ໊າຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ປຸກລະດົມບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີຊວດ 2020.

 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປຸກລະດົມບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີຊວດ 2020 (ພາບ: VGP)

 ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄວາມມຸ່ງຫວັງຂອງປະທານ ໂຮ່ຈີມິນ, ລັດຖະບານພວມພ້ອມກັບບັນດາທ້ອງຖິ່ນໃນທົ່ວປະເທດຕັ້ງໜ້າປົກປັກຮັກສາ ແລະ ພັດທະນາປ່າໄມ້, ສູ້ຊົນລະດັບປົກຄຸມຂອງປ່າໄມ້ປີ 2020 ໃຫ້ບັນລຸ 42%, ວົງເງິນການຄ້າສົ່ງອອກໄມ້ ແລະ ເຄື່ອງປ່າຂອງດົງບັນລຸໃຫ້ໄດ້ຢ່າງໜ້ອຍສຸດແມ່ນ 12 ຕື້ USD ໃນປີ 2020 ແລະ ບັນລຸໃຫ້ໄດ້ 20 ຕື້ USD ໃນປີ 2025, ນຳປະເທດ ຫວຽດນາມ ກາຍເປັນສູນກາງແຖວໜ້າກ່ຽວກັບການຜະລິດສົ່ງອອກໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ປູກໃນປ່າ, ສ້າງເຄື່ອງໝາຍການຄ້າມີອິດທິພົນຊື່ສຽງຂອງໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ໜຶ່ງແມ່ນປຸກລະດົມການຜັນຂະຫຍາຍຂະບວນການແຂ່ງຂັນປະຕິບັດບຸນເຕັດປູກຕົ້ນໄມ້ນັບແຕ່ຊຸມວັນຕົ້ນປີ 2020 ໃນທັນທີ; ສ້າງແຜນການເຄື່ອນໄຫວກ່ຽວກັບການປູກປ່າ, ປົກປັກຮັກສາປ່າໄມ້ໃຫ້ລະອຽດ, ແທດຈິງ. ສອງແມ່ນຍູ້ແຮງການດຶງດູດບັນດາແຫຼ່ງກຳລັງທີ່ເໝາະສົມກັບກົດໝາຍການລົງທຶນປູກປ່າ, ປ່ຽນແປງໃໝ່ຢ່າງແຮງວິທະຍາສາດເຕັກໂນໂລຊີໃນການຄຸ້ມຄອງປ່າໃຫ້ມີຄວາມໝັ້ນຄົງ, ມີປະສິດທິຜົນສູງ, ອະນຸລັກຮັກສາຊີວະນາໆພັນ. ຕັດສິນໃຈ ໃນ 10 ປີຈະມາເຖິງ, ນຳ ຫວຽດນາມ ກາຍເປັນສູນກາງແຖວໜ້າຂອງໂລກກ່ຽວກັບການຜະລິດ, ສົ່ງອອກໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ປູກໃນປ່າ.


 ເມືອງ ເຈິ໊ນອຽນ ບັນລຸມາດຕະຖານຊົນນະບົດໃໝ່ລະດັບຊາດ.

 ແລະກໍ່ໃນການປະຕິບັດງານຕົ້ນລະດູບານໃໝ່ຢູ່ແຂວງ ອຽນບ໊າຍ, ຕອນເຊົ້າວັນທີ 30 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການຮັບຮອງເອົາເມືອງ ເຈິ໊ນອຽນ ບັນລຸມາດຕະຖານຊົນນະບົດໃໝ່ລະດັບຊາດ.

(ແຫຼ່ງຄັດຈາກ VOV)


top