ຂ່າວສານ

ປຸກລະດົມຂະບວນການຍູ້ແຮງດ້ານໂພສະນາການທົ່ວໂລກຢູ່ຫວຽດນາມ

ວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ໄດ້ເຂົ້າຮ່ວມພິທີປຸກລະດົມຂະບວນການຍູ້ແຮງດ້ານໂພສະນາການທົ່ວໂລກຢູ່ຫວຽດນາມ ແລະ ຜັນຂະຫຍາຍປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີກ່ຽວກັບການເພີ່ມທະວີວຽກງານດ້ານໂພສະນາການໃນສະພາບການໃໝ່

ພິທີປຸກລະດົມຂະບວນການຍູ້ແຮງດ້ານໂພສະນາການທົ່ວໂລກຢູ່ຫວຽດນາມ 

      ນີ້ແມ່ນເຫດການທີ່ສຳຄັນໂດຍກະຊວງສາທາລະນະສຸກຫວຽດນາມຈັດຕັ້ງຂຶ້ນ ແນໃສ່ຢັ້ງຢືນຄຳໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມໃນການຮັກສາ, ເບິ່ງແຍງດູແລ ແລະ ສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນ.

     ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕ້ຽນ ໃຫ້ຮູ້ວ່າ : ໃນຊຸມປີທີ່ຜ່ານມາ, ສະພາບດ້ານໂພສະນາການຂອງປະຊາຊົນຫວຽດນາມ ນັບມື້ນັບໄດ້ຮັບການປົວແປງ. ຫວຽດນາມໄດ້ຮັບການຕີລາຄາຈາກສາກົນວ່າ ຈຸດເດັ່ນໃນການປະຕິບັດເປົ້າໝາຍພັດທະນາສະຫັດສະວັດ, ພິເສດແມ່ນການຫຼຸດອັດຕາເດັກຂາດສານອາຫານໃນເກັ່ນອາຍຸຕ່ຳກ່ວາ 5 ປີ.

    ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕ້ຽນ ຊີ້ແຈ້ງວ່າ ເພື່ອປະຕິບັດ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີກ່ຽວກັບການເພີ່ມທະວີວຽກງານດ້ານໂພສະນາການໃນສະພາບການໃໝ່, ກະຊວງສາທາລະນະສຸກຫວຽດນາມຈະມີຂໍ້ສະເໜີແນະ, ເຜີຍແຜ່ລະບົບໂພນະນາການ, ລະບອບການກິນໃຫ້ແທດເໝາະກັບແຕ່ລະກຸ່ມເປົ້າໝາຍ, ເຂດ ແລະ ພາກ. 

(ແຫຼ່ງຄັດຈາກ VOV)



top