ຂ່າວສານ

ປຸກລະດົມການເສັງ ປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຂອງໂລກລະບາດໂຄວິດ - 19

      ວັນທີ 29 ເມສາ, ພາຍໃຕ້ການປົກປ້ອງຈາກຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ), ສະມາຄົມວິທະຍາສາດ ແລະ ນັກຊ່ຽວຊານຫວຽດນາມໃນທົ່ວໂລກ (AVSE Global) ໄດ້ປຸກລະດົມການເສັງ ດ້ວຍຫົວຂໍ້ ປ່ຽນແປງໃໝ່ປະດິດຄິດສ້າງ - #Hack4growth - Covid Endgame". 

ໂລໂກການເສັງ “ປ່ຽນແປງໃໝ່ປະດິດຄິດສ້າງ - #Hack4growth - Covid Endgame" (ພາບ: ຄະນະຈັດຕັ້ງ)
      ການເສັງ ເພື່ອແນໃສ່ຊຸກຍູ້ວັດທະນະທໍາປ່ຽນແປງໃໝ່, ປະດິດຄິດສ້າງ; ເຊື່ອມຕໍ່ກັບຜູ້ປະດິດຄິດສ້າງ ແລະ ນັກລົງທຶນ, ວິສາຫະກິດ; ມຸ່ງໄປສູ່ສັງຄົມ ຮ່ວມແຮງຮ່ວມໃຈຊອກຫາມາດຕະການແກ້ໄຂພ້ອມກັບປະເທດຊາດຜ່ານຜ່າບັນດາສິ່ງທ້າທາຍໃນປັດຈຸບັນ.
       ເປົ້າໝາຍເຂົ້າຮ່ວມການເສັງຄັ້ງນີ້ຶ ລວມມີ ບັນດາວິສາຫະກິດ ຫຼືກຸ່ມຄົນຕ່າງໆທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວນີ້ເປັນເວລາຕໍ່າກວ່າໄລຍະ 5 ປີ; ສ່ວນບຸກຄົນທີ່ມີອາຍຸກ ຈາກ 18 ປີ ຂຶ້ນໄປ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
            ເວລາຮັບສໍາເນົາເອກະສານ ແມ່ນນັບແຕ່ນີ້ ຈົນຮອດວັນທີ 15 ມິຖຸນາ 2020. ບັນດາແນວຄວາມຄິດທີ່ມີລັກສະນະສ້າງສັນສູງ, ແທດເໝາະກັບຕົວຈິງ ຈະໄດ້ອັບເດັດຢູ່ໃນທີ່ຢູ່ເວັບໄຊ www.vietnaminnovationlinks.org ແລະ ນໍາມາຜັນຂະຫຍາຍ ແລະ ປະກາດກ່ອນທີ່ຈະມອບລາງວັນ./.
 (ແຫຼ່ງຄັດຈາກ VOV)


top