ຂ່າວສານ

ປຸກລະດົມການປະດິດຄິດແຕ່ງວັນນະຄະດີ, ສີລະປະນ້ຳໃຈສາມັກຄີສູ້ຮົບລະຫວ່າງ 3 ປະເທດ ຫວຽດນາມ -ລາວ-ກຳປູເຈຍ

 
      ກົມ​ໃຫຍ່​ການ​ເມືອງກອ​ງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ເລີ່ມ​ປຸກ​ລະ​ດົມ​ການ​ຂົນ​ຂ​ວາຍ​ປະ​ດິດ​ຄິດ​ແຕ່ງວັນ​ນະ​ຄະ​ດີ, ສີ​ລະ​ປະ ກ່ຽວ​ກັບ “ນ້ຳ​ໃຈ​ສາ​ມັກ​ຄີ​​ສູ້ຮົບ 3 ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ” ໃນ​ວັນ​ທີ 31/3. ການ​ຂົນ​ຂວາຍ​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ມຸ່ງ​ໄປ​ເຖິງ​ການ​ສ​ະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ກາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ, 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກຳ​ປູ​ເຈຍ. ບັນ​ດາ​ບົດ​ປະ​ພັນ​ເຂົ້າ​ຮ່ວມ​ການ​ປຸກ​ລະ​ດົມ​ແມ່ນ​ເພື່ອ​ແນ​ໃສ່​ຍ້ອງຍ​ໍ​ຊົມ​ເຊີຍ​ນ້ຳ​ໃຈ​ສາ​ມັກ​ຄ​ີ​​ສູ້​ຮົບ​ລະ​ຫວ່າງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ກອງ​ທັບ​ປະ​ຊາ​ຊົນ​ລາວ, ກອງ​ທັບ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ໃນ​ການ​ຕໍ່​ຕ​້ານ​ຕ້ານ​ສັດ​ຕູ​ຜູ້​ຮ​ຸ​ກ​ຮານ ກໍ່​ຄື​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສ​າ​ປະ​ເທດ​ຊາດ.
 (ແຫຼ່ງຄັດຈາກ VOV)

top