ຂ່າວສານ

ປຸກລະດົມການ “ເດືອນເຄື່ອນໄຫວເພື່ອມະນຸດສະທຳ”ປີ 2019

ຕອນເຊົ້າວັນທີ 11 ພຶດສະພາຢູ່ ຮ່າໂນ້ຍ, ສູນກາງສະພາກາແດງຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມ ເດືອນເຄື່ອນໄຫວເພື່ອມະນຸດສະທຳປີ 2019 ດ້ວຍ ຫົວຂໍ້ “ເຊື່ອມຕໍ່, ແບ່ງເບົາ ແລະ ແຜ່ຂະຫຍາຍ” ແລະ ການສະເຫລີມສະຫລອງວັນກາແດງ ແລະ ຊີກວົງເດືອນແດງສາກົນ (8 ພຶດສະພາ). 

ທ່ານຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີ

ທ່ານນາງຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມພິທີປຸກລະດົມ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນ: ເລື່ອງແບ່ງເບົາກັບຜູ້ປະສົບກັບຄວາມຫຍຸ້ງຍາກ ບໍ່ພຽງແຕ່ແມ່ນການຊ່ວຍເຫລືອດ້ານວັດຖຸ, ຈິດໃຈຂອງວົງຄະນາຍາດເທົ່ານັ້ນ ຫາກຍັງປະກອບສ່ວນແຜ່ຂະຫຍາຍຈິດໃຈ ແລະ ຄຸນຄ່າມະນຸດສະທຳອີກດ້ວຍ.

“ພັກ, ລັດ ຍາມໃດກໍ່ເຄົາລົບ, ສະຫນັບສະຫນູນຄະຕິທຳ ຈຸດປະສົງຂອງຂະບວນການກາແດງ - ຊີກວົງເດືອນແດງສາກົນ, ຍາມໃດກໍ່ຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາການເຄື່ອນໄຫວຂອງສະພາກາແດງຫວຽດນາມ. ເດືອນເຄື່ອນໄຫວເພື່ອມະນຸດສະທຳປີ 2019 ເປັນຄັ້ງທຳອິດໄດ້ຈັດຂຶ້ນໃນຂອບຂະຫນາດທົ່ວປະເທດ, ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງທົ່ວສັງຄົມຕໍ່ວຽກງານມະນຸດສະທຳ, ປາດຖະຫນາຢາກຊຸກຍູ້, ແຜ່ຂະຫຍາຍຈິດໃຈມະນຸດສະທຳ”

(ແຫຼ່ງຄັດຈາກ VOV)



top