ໃນມໍລະດົກວັດທະນະທຳຈິດໃຈ ເຊິ່ງປະເທານ ໂຮ່ຈີມິນ ໄດ້ປະໄວ້ໃຫ້ໄດ້ຮັບການຮັບຮອງແມ່ນວັດຖຸປະເສີດລະດັບຊາດຂອງ ຫວຽດນາມນັ້ນ ບົດບັນທຶກໃນຄຸກແມ່ນມໍລະດົກພິເສດທີ່ສຸດ. ມາຮອດປັດຈຸບັນພ້ອມກັບເລື່ອງກ່ຽວຂອງ ຫງວຽນຢູ, ປຶ້ມບັນທຶກປະຈຳໃນຄຸກ ແມ່ນບົດປະພັນວັນນະຄະດີ ຫວຽດນາມ ຖືກແປເປັນພາສາຂອງຫຼາຍປະເທດທີ່ສຸດ. ເມື່ອບໍ່ດົນມານີ້ປຶ້ມບັນທຶກປະຈຳວັນໃນຄຸກ ດ້ວຍພາສາຕ່າງປະເທດ ໂດຍນັກພາສາສາດນັກແປ ປອ. ຫວໍຊວັນເກ໊ ໄດ້ເກັບກຳ ແລະ ແນະນຳສະເໜີຕໍ່ຜູ້ອ່ານ ຫວຽດນາມ
ປອ. ຫວໍຊວັນເກ໊ ແລະ ປຶ້ມບັນທຶກປະຈຳວັນໃນຄຸກເປັນພາສາຕ່າງປະເທດ
ປຶ້ມບັນທຶກປະຈຳວັນໃນຄຸກເປັນພາສາຕ່າງປະເທດຂອງ ກາວຊວັນເກ໊ ແມ່ນກິດຈະກຳພິເສດມີຄວມໝາຍຂະນະທີ່ໄດ້ເກັບກຳຈຳນວນເອກະສານແປບົດບັນທຶກປະຈຳວັນໃນຄຸກຂອງປະເທດ ໂຮ່ຈີມິນ ທີ່ອຸດົມສົມບູນທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ເຊິ່ງລວມມີ 37 ພາສາ ດ້ວຍເອກະສານແປ 62 ສະບັບຂອງນັກແປ 79 ຄົນ. ພັນເອກ ຫງວຽນວັນທູ ອະດີດຜູ້ອຳນວຍການຮູບເງົາຕຳຫຼວດປະຊາຊົນໃຫ້ຂໍ້ສັງເກດວ່າ ປຶ້ມບັນທຶກແມ່ນກິດຈະການແນະນນຳຢ່າງລະອຽດຂອງນັກຄົ້ນຄວ້າອອກແຮງງານຢ່າງເຂັ້ມງວດ ແລະ ລະມັງລະວັງ. ນັກຄົ້ນຄວ້າ ກາວຊວັນເກ໊ ແບ່ງປັນວ່າ:
“ຈາກການເກັບກຳບັນດາບົດແປນີ້, ພວກເຮົາຈະເຂົ້າໃຈກ່ຽວກັບບັນດານັກແປຢູ່ຕ່າງປະເທດວ່າ ເປັນຫຍັງເຂົາເຈົ້າເລືອກເອົາແປບົດປະພັນນີ້ເປັນພາສາຂອງເຂົາເຈົ້າ. ຕໍ່ຈາກນັ້ນກໍ່ເຂົ້າໃຈວ່າ ຜູ້ອ່ານຢູ້ຕ່າງປະເທດໄດ້ຮອງຮັບປຶ້ມເຫຼັ້ມນີ້ຄືແນວໃດ. ຜ່ານບັນດາເອກະສານທີ່ຂ້າພະເຈົ້າໄດ້ອ່ານນັ້ນ, ເຂົາເຈົ້າຕີລາຄາສູງທີ່ສຸດກ່ຽວກັບປະທານ ໂຮ່ຈີມິນ. ເຂົາເຈົ້າແປຍ້ອນວ່າເຂົາເຈົ້າຮູ້ສຶກມ່ວນ ແລະ ມີຄວາມແຕກຕ່າງກັບທຸກສິ່ງທີ່ເຂົາເຈົ້າໄດ້ຮູ້ຈັກກ່ຽວກັບປະເທດ ໂຮ່ຈີມິນ ຄືດັ່ງຜູ້ນຳຄອມມູນິດ ຫຼື ເປັນນັກປະຕິວັດ”.
ຕາມນັກຄົ້ນຄວ້າ ກາວຊວັນເກ໊ ແລ້ວ ບັດບັນທຶກປະຈຳວັນໃນຄຸກຂອງປະທ່ານ ໂຮ່ຈີມິນ ແມ່ນບົດປະພັນວັນນະຄະດີມີຄຸນຄ່າພິເສດກ່ຽວກັບເນື້ອໃນແນວຄິດ ແລະ ສິລະປະ ແມ່ນຮູບພາບຊ່ວຍຜູ້ອ່ານເຂົ້າໃຈຫຼາຍກວ່າກ່ຽວກັບນັກປະຕິວັດ ໂຮ່ຈີມິນ. ຍ້ອນເຫດນີ້ເອງນັບຕັ້ງແຕ່ຖືກແປເປັນພາສາຕ່າງປະເທດຄືປີ 1960 ມາຮອດປັດຈຸບັນອາດເວົ້າໄດ້ວ່າ ບົດບັນທຶກປະຈຳວັນໃນຄຸກຖືກພິມຈຳໜ້າຍຫຼາຍຄັ້ງ ແລະ ພິມດ້ວຍຈຳນວນຫຼາຍກວ່າໝູ່ຂອງວັນນະຄະດີ ຫວຽດນາມ. ນີ້ກໍ່ແມ່ນເຫດຜົນເພື່ອນັກແປ ກາວຊວັນເກ໊ ເລີ່ມຊອກຮູ້ກ່ຽວກັບບັນດາບົດແປ. ນັກຄົ້ນຄວ້າ ກາວຊັວນເກ໊ ໃຫ້ຮູ້ອີກວ່າ:
“ໃນການໄປຢ້ຽມຊົມຫໍພິພິທະພັນ ໂຮຈີມິນ ເທື່ອໜຶ່ງ, ເມື່ອຢ້ຽມຊົມບ່ອນວາງສະແດງບັນດາວັດຖຸພັນຂອງປະທານ ໂຮ່ຈີມິນ, ຂ້າພະເຈົ້າເຫັນປຶ້ມບັນທຶກປະຈຳວັນໃນຄຸກພຽງສອງສາມຫົວຖືກຖ່າຍຮູບບໍ່ມີພາສາເອີລົບເໜືອ. ຂ້າພະເຈົ້າໄດ້ຕິດຕໍ່ພົວກັບຫໍສະໝຸດບັນດາມະຫາທະຍາໄລ ແລະ ຫໍສະໝຸດແຫ່ງຊາດຂອງ ຊູແອັດ, ນັອກແວ, ເດັນມາກ ແລະ ໄດ້ເລີ່ມເກັບກຳບັນດາບົດແປ. ຂ້າພະເຈົ້າໄດ້ແນະນຳບັນດາບົດແປເຫຼົ່ານັ້ນຜ່ານໜັງສືພິມຂອງ ຫວຽດນາມ ແລະ ໄດ້ຕັດສິນເປັດກວ້າງຕື່ມອີກ ແລະ ໄດ້ເກັບກຳເພື່ອໃຫ້ສົມກັບຂອບຂະໜາດຂອງບົດບັນທຶກປະຈຳວັນໃນຄຸກ”.
ສ່ວນພົນຈັດຕະວາ, ນັກປະພັນ ຫງວຽນຮົ່ງຖາຍ ຖືວ່າ:
“ປຶ້ມເຫຼັ້ມນີ້ແມ່ນກິດຈະກຳອຳມະຕະຂອງ ປອ. ຫວໍຊວັນເກ້, ຄວາມລະມັດລະວັງ, ລະອຽດລະອໍຂອງທ່ານ ໄດ້ໃຫ້ກຳເນີດກິດຈະກຳທີ່ຄົບຖ້ວນທີ່ສຸດກ່ຽວກັບການແປປຶ້ມບັນທຶກປະຈຳວັນໃນຄຸກຢູ່ປະເທດຕ່າງໃນໂລກ. ມີບາງຄັ້ງ ຫວໍຊວັນເກ໊ ໄດ້ສະເໜີລັດຄວນສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ແປໃນໂລກທີ່ໄດ້ແປປຶ້ມບັນທຶກປະຈຳວັນໃນຄຸກ. ຫວັງວ່າ ປຶ້ມເຫຼັ້ມນີ້ຈະຊ່ວຍໃຫ້ພວກເຮົາສາມາດເຂົ້າໃຈເລິກເຊິ່ງກວ່າ ກ່ຽວກັບຄວາມຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ນັກວັດທະນະທຳທີ່ດີເລີດຂອງມວນມະນຸດ”.
ພ້ອມກັບປຶ້ມເຫຼັ້ມນີ້ ຈາກບັນດາເອກະສານເກັບກຳມາໄດ້, ມາຮອດປັດຈຸບັນ ນັກຄົ້ນຄວ້າ ກາວຊວັນເກ້ ໄດ້ປະກາດບົດຂຽນ 15 ບົດຜ່ານໜັງສືພິມ ແລະ ວາລະສານກ່ຽວກັບບັນດາບົດແປປຶ້ມບັນທຶກປະຈຳວັນໃນຄຸກເປັນພາສາຕ່າງປະເທດ ແລະ ບັນດານັກແປ. ພິເສດບັນດາຂໍ້ມູນຂ່າວສານກ່ຽວກກັບປຶ້ມເຫຼັ້ມນີ້ ໄດ້ສະແດງໃຫ້ເຫັນວ່າ ເປັນຄັ້ງທຳອິດນັກຄົ້ນຄວ້າໄດ້ເກັບກຳ ແລະ ແນະນຳບາງບົດດົນຕີໂດຍບັນດານັກສິລະປິນສາກົນປະຕິບັດຈາກບັນດາບົດແປປຶ້ມບັນທຶກປະຈຳວັນໃນຄຸກເຊິ່ງລວມທັງບົດດົນຕີປະສານສຽງຂອງບັນດານັກປະພັນດົນຕີອັງກິດ