ຂ່າວສານ

ປຶກສາຫາລືແຜນການກະທຳລະດັບຊາດກ່ຽວກັບການເຕີບໂຕຂຽວ

ຫວຽດນາມ ໄດ້ສ້າງຮ່າງແຜນການກະທຳເຕີບໂຕຂຽວ ບົນພື້ນຖານການຄົ້ນຄວ້າ, ໄຈ້ແຍກ, ນຳໃຊ້ບົດຮຽນສາກົນໃຫ້ສອດຄ່ອງກັບເງື່ອນໄຂຢູ່ພາຍໃນປະເທດ
  (ແຫຼ່ງຄັດຈາກ VOV)  

 ວັນທີ 18 ມີນາ, ຢູ່ແຂວງ ກວາງນິງ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ສົມທົບກັບອົງການຮ່ວມມືພັດທະນາ ເຢຍລະມັນ (GIZ) ແລະ ສະຖາບັນເຕີບໂຕຂຽວທົ່ວໂລກ (GGGI) ໄດ້ຈັດກອງປະຊຸມສຳມະນາປຶກສາຫາລື “ແຜນການກະທຳລະດັບຊາດກ່ຽວກັບການເຕີບໂຕຂຽວໄລຍະ 2021 - 2030” ເຂດພາກເໜືອ.

ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈິຢຸງ ແລ້ວ, ຫວຽດນາມ ໄດ້ເນັ້ນໜັກເປັນພິເສດເຖິງຄວາມສຳຄັນຂອງເລື່ອງ ຫັນໄປສູ່ເສດຖະກິດຂຽວ, ຜັນຂະຫຍາຍການປະຕິບັດຍຸດທະສາດເຕີບໂຕຂຽວ ເພື່ອຜ່ານຜ່າສິ່ງທ້າທາຍ, ເສີມຂະຫຍາຍກຳລັງບົ່ມຊ້ອນ, ຍາດແຍ່ງກາລະໂອກາດ, ນຳ ຫວຽດນາມ ໃຫ້ກາຍເປັນປະເທດນຳໜ້າຢູ່ພາກພື້ນກ່ຽວກັບການເຕີບໂຕຂຽວ. ຫວຽດນາມ ໄດ້ສ້າງຮ່າງແຜນການກະທຳເຕີບໂຕຂຽວ ບົນພື້ນຖານການຄົ້ນຄວ້າ, ໄຈ້ແຍກ, ນຳໃຊ້ບົດຮຽນສາກົນໃຫ້ສອດຄ່ອງກັບເງື່ອນໄຂຢູ່ພາຍໃນປະເທດ, ຄາດວ່າຈະຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ຖືກກັບເວລາທີ່ໄດ້ກຳນົດໃນເດືອນ ເມສາ 2022.

ເລື່ອງຫັນໜ້າທີ່, ມາດຕະການທີ່ໄດ້ວາງອອກໃນຍຸດທະສາດການເຕີບໂຕຂຽວເປັນລະອຽດ ຜ່ານບັນດາການກະທຳ, ໜ້າທີ່, ມາດຕະການແກ້ໄຂໃນແຜນການກະທຳສອດຄ່ອງກັບສະພາບການໃໝ່ ຮຽກຮ້ອງໃຫ້ບັນດາຂະແໜງການ, ຂົງເຂດ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ ແລະ ທົ່ວສັງຄົມ ຕ້ອງຍົກສູງສະຕິຄວາມຮັບຮູ້ກ່ຽວກັບໜ້າທີ່ຄວາມຮັບຜິດຊອບຂອງຕົນ, ພ້ອມທັງຕ້ອງຈັດຕັ້ງຢ່າງຄົບຊຸດ, ລຸລ່ວງ, ຮອບດ້ານຕາມຂັ້ນຕອນ ເພື່ອຮັບປະກັນການປ່ອຍອາຍພິດລົງ “0” ໃນຂອບເຂດທົ່ວປະເທດ ແລະ ແຕ່ລະຂະແໜງການ, ຂົງເຂດ, ບໍລິເວນ”.



top