ຂ່າວສານ

ປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ຫວຽດນາມ - ລາວ

      ວັນທີ 24 ສິງຫາ, ທີ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນຮ່ວາຍຈຸງ ແລະ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືດ້ານການເມືອງ  ປະຈຳປີ ຄັ້ງທີ 3 ລະຫວ່າງ ກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ.

(ປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ຫວຽດນາມ - ລາວ) 
      ທີ່ການປະຊຸມ, ທັງສອງຝ່າຍເປັນເອກະພາບສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນໃນຂອບການຮ່ວມມື ອາຊຽນ ແລະ ບັນດາກົນໄກການຮ່ວມມືອະນຸພາກພື້ນອາຊີຕາເວນອອກສ່ຽງໃຕ້. ສອງຝ່າຍໄດ້ລົງເລິກປຶກສາຫາລືກ່ຽວກັບທິດທາງ ແລະ ມາດຕະການຍົກສູງປະສິດທິຜົນການຜັນຂະຫຍາຍບັນດາການຕົກລົງຂັ້ນສູງ ເພື່ອແນໃສ່ສືບຕໍ່ນຳການຮ່ວມມືສອງຝ່າຍນັບມື້ກ້າວເຂົ້າສູ່ລວງເລິກ, ບັນລຸໄດ້ປະສິດທິຜົນຢ່າງແທ້ຈິງໃນທຸກຂົງເຂດວຽກງານ. ສອງຝ່າຍເຫັນດີສົມທົບກັນກະກຽມຈັດກອງປະຊຸມ ປຶກສາຫາລືປະຈຳປີລະຫວ່າງສອງກະຊວງການຕ່າງປະເທດ ຢູ່ລາວໃນເດືອນທັນວາ 2018 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
 (ແຫຼ່ງຄັດຈາກ VOV)


top