ຂ່າວສານ

ປີ​ໜຶ່ງອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ຊົນ​ເຜົ່າ​ສ່ວນ​ໜ້ອຍຫຼຸດ​ລົງ​ກ່​ວາ 3%

ໃນປີ 2023, ຄະນະກຳມະການຊົນເຜົ່າສືບຕໍ່ຜັນຂະຫຍາຍບາງໜ້າທີ່ຈຸດສຸມ, ໃນນັ້ນຈັດຕັ້ງ ປະຕິບັດໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030, ໄລຍະ1 ໃຫ້ດີກ່ວາອີກ.
ກອງປະຊຸມທົ່ວປະເທດສະຫຼຸບການປະຕິບັດວຽກງານຊົນເຜົ່າປີ 2022 (ພາບ: VOV)

ປີ 2022, ດ້ວຍການຜັນຂະຫຍາຍບັນດາໂຄງການ, ນະໂຍບາຍຊົນເຜົ່າຢ່າງມີປະສິດທິຜົນ, ອັດຕາຄອບຄົວຊົນເຜົ່າທຸກຍາກຫຼຸດລົງກ່ວາ 3%, ການດຳລົງຊີວິດຂອງພໍ່ແມ່ປະຊາຊົນໄດ້ຮັບການຮັກສາເປັນປົກກະຕິໂດຍພື້ນຖານ, ຮັບປະກັນການໜູນຊ່ວຍສັງຄົມ. ນີ້ແມ່ນຂໍ້ມູນຢູ່ກອງປະຊຸມທົ່ວປະເທດສະຫຼຸບການປະຕິບັດວຽກງານຊົນເຜົ່າປີ 2022 ໂດຍຄະນະກຳມະການຊົນເຜົ່າຈັດຂຶ້ນໃນຕອນເຊົ້າວັນທີ 4 ມັງກອນຢູ່ຮ່າໂນ້ຍ.

ໃນປີ 2023, ຄະນະກຳມະການຊົນເຜົ່າສືບຕໍ່ຜັນຂະຫຍາຍບາງໜ້າທີ່ຈຸດສຸມ, ໃນນັ້ນຈັດຕັ້ງ ປະຕິບັດໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030, ໄລຍະ1 ໃຫ້ດີກ່ວາອີກ. ທ່ານ ເຮົາອາເລັງ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ໃຫ້ຮູ້ວ່າ ການພັດທະນາກະສິກຳ ແມ່ນເປົ້າໝາຍ, ໜ້າທີ່ແຖວໜ້າໃນນະໂຍບາຍເພື່ອພັດທະນາເສດຖະກິດເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ທ່ານໃຫ້ຮູ້ວ່າ:

ໜຶ່ງໃນບັນດາເປົ້າໝາຍສຳຄັນທີ່ສຸດນັ້ນແມ່ນ ແກ້ໄຂ້ບັນຫາທີ່ບໍ່ມີດິນທຳການຜະລິດໃຫ້ແກ່ທຸກຄອບຄົວຊົນເຜົ່າສ່ວນໜ້ອຍໂດຍພື້ນຖານ. ທີ ສອງແມ່ນສ້າງຮູບແບບການຜະລິດຄືນໃໝ່ຜານລະບົບກຸ່ມຄົນ, ສະຫະກອນ, ບັນດາຮູບແບບການຜະລິດກະສິກຳ ຮັບປະກັນຄວາມຍືນຍົງ ແລະ ມີການເຊື່ອມຕໍ່ກັບຕະຫຼາດ.


top