ຂ່າວສານ

ປີ​ປະທານ ອາຊຽນ 2020: ອາຊຽນ ​ໂຄສະນາ​ວັດທະນະ​ທໍາ ຢູ່ ຢູ​ແກຼນ

ວັນທີ 13 ກຸມພາ, ຢູ່ Kiev, ສະຖານທູດ 3 ປະເທດ ອາຊຽນ ປະຈໍາ ຢູແກຼນ ລວມມີ ຫວຽດນາມ, ມາເລເຊຍ ແລະ ອິນໂດເນເຊຍ ໄດ້ສົມທົບກັນຈັດຕັ້ງລາຍການແນະນໍາວັດທະນະທໍາ ແລະ ອາຫານການກິນ ອາຊຽນ. 

ສະຖານທູດຫວຽດນາມ ປະຈໍາ ຢູແກຼນ ສົມທົບກັບສະຖານທູດບັນດາປະເທດ ອາຊຽນ ປະຈໍາ ຢູແກຼນ ຈັດຕັ້ງລາຍການໂຄສະນາວັດທະນະທໍາ (ພາບ: TTXVN)

 ນີ້ແມ່ນເຫດການເພື່ອແນໃສ່ໂຄສະນາສິລະປະ ແລະ ວັດທະນະທໍາອາຫານການກິນ ຂອງຫວຽດນາມ ເວົ້າສະເພາະ ແລະ ຂອງບັນດາປະເທດ ອາຊຽນ ເວົ້າລວມ ໃນຂອບເຂດການເຄື່ອນໄຫວຂອງ ສະໂມສອນພັນລະຍາບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຕາງໜ້າຕ່າງປະເທດ ປະຈໍາ Kiev.  ສໍາລັບຫວຽດນາມ, ນີ້ກໍແມ່ນລາຍການນອນໃນແຜນການໂຄສະນາປີປະທານ ອາຊຽນ 2020 ຢູ່ ຢູແກຼນ.

        ລາຍການດ່ັງກ່າວ ໄດ້ແກ່ຍາວເປັນເວລາ 3 ຊົ່ວໂມງ ຊຶ່ງໄດ້ດຶງດູດຄວາມສົນໃຈຂອງແຂກຖືກເຊີນ ດ້ວຍບັນດາເນື້ອໃນທີ່ອຸດົມສົມບູນ.

(ແຫຼ່ງຄັດຈາກ VOV)


top