ຂ່າວສານ

ປີປະທານອາຊຽນ 2020: ຫວຽດນາມເປັນປະທານກອງປະຊຸມຄະນະກຳມະການອາຊຽນຢູ່ສະຫະປະຊາຊາດ

      ກອງປະຊຸມໂດຍທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ເປັນປະທານ

ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ ແລະ ທ່ານນາງ Mary Robinson
(ພາບ: TTXVN)
      ວັນທີ 10 ມັງກອນ, ຫວຽດນາມ, ປະທານຄະນະກຳມະການ ອາຊຽນ ຢູ່ນິວຢອກ ປີ 2020, ໄດ້ຈັດກອງປະຊຸມຄັ້ງທຳອິດ ເພື່ອປຶກສາຫາລືບັນດາການເຄື່ອນໄຫວຂອງຄະນະກຳມະການໃນທັງປີ ແລະ ແລກປ່ຽນກ່ຽວກັບບັນດາບຸລິມະສິດເຊິ່ງບັນດາປະເທດອາຊຽນ ຈະຊຸກຍູ້ໃນປີ 2020 ນີ້. ກອງປະຊຸມໂດຍທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ເປັນປະທານ ດ້ວຍການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າຄະນະປະຕິບັດງານບັນດາປະເທດອາຊຽນ ປະຈຳສະຫະປະຊາຊາດ.
          ກອງປະຊຸມໄດ້ເຫັນດີນຳກັນວ່າຈະສືບຕໍ່ຊຸກຍູ້ພາບພົດ ແລະ ຄວາມຕັ້ງໜ້າເຂົ້າຮ່ວມຂອງອາຊຽນ ຢູ່ສະຫະປະຊາຊາດ. ບັນດາປະເທດໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຂອງຫວຽດນາມ ທີ່ຈັດຕັ້ງກອງປະຊຸມຂອງສະພາຄວາມໝັ້ນຄົງ ຄັ້ງທຳອິດໃນເດືອນມັງກອນ 2020 ກ່ຽວກັບການຮ່ວມມືລະຫວ່າງອາຊຽນ ແລະ ສະຫະປະຊາຊາດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ເມື່ອແບ່ງປັນກ່ຽວກັບບຸລິມະສິດໃນປີ 2020, ບັນດາປະເທດໃຫ້ຮູ້ວ່າ ຈະຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ເພີ່ມທະວີລັກສະນະເພີ່ມເຕີ່ມໃຫ້ແກ່ກັນລະຫວ່າງໂຄງການດຳເນີນງານ 2030 ແລະ ວິໄສທັດອາຊຽນ 2025 ແລະ ການເຄື່ອນໄຫວລະອຽດຕ່າງໆ ທີ່ຕິດພັນກັບບັນດາຂີດໝາຍສຳຄັນໃນປີ 2020.
          ເນື່ອງໃນໂອກາດນີ້, ຄະນະກຳມະການອາຊຽນ ປະຈຳສະຫະປະຊາຊາດ ໄດ້ມີການພົບປະເຈລະຈາກັບທ່ານນາງ Mary Robinson, ປະທານກຸ່ມບັນດາອະດີດການນຳບັນດາປະເທດຢູ່ສະຫະປະຊາຊາດ, ເພື່ອແລກປ່ຽນທັດສະນະກ່ຽວກັບບັນດາບັນຫາທີມີຄວາມສົນໃຈລວມຄື: ການເພີ່ມທະວີລັດທິຫຼາຍຝ່າຍ, ຕ້ານການເຜີຍແຜ່ອາວຸດນິວເຄຼຍ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານນາງ Mary Robinson ໄດ້ຕີລາຄາສູງບົດບາດຂອງອາຊຽນ ກ່ຽວກັບບັນຫາດັ່ງກ່າວ ແລະ ປາດຖະໜາວ່າ, ອາຊຽນ ຈະສືບຕໍ່ເສີມຂະຫຍາຍຄວາມມານະພະຍາຍາມ ແລະ ການປະກອບສ່ວນສຳຄັນຢູ່ທັງລະດັບພາກພື້ນ ແລະ ທົ່ວໂລກ.
 (ແຫຼ່ງຄັດຈາກ VOV)


top