ຂ່າວສານ

ປີປະທານ ອາຊຽນ 2020: ເພີ່ມທະວີການຄ້າ ແລະ ການລົງທຶນພາຍໃນກຸ່ມອາຊຽນ

      ບັນດາການຫັນປ່ຽນທີ່ບໍ່ເຄີຍມີມາກ່ອນຂອງສະພາບການເສດຖະກິດໂລກ, ບັນດາຄວາມກ້າວໜ້າຂອງເຕັກໂນໂລຢີ ໄດ້ນໍາມາເຊິ່ງຄວາມສາມາດບ່ົມຊ້ອນອັນໃຫຍ່ຫຼວງ ໃຫ້ແກ່ສັນຕິພາບ ແລະ ພັດທະນາແບບຍືນຍົງ ກໍຄືການເຊື່ອມໂຍງທາງດ້ານເສດຖະກິດ ຢ່າງເລິກເຊິ່ງກວ້າງຂວາງ.
      ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ເລຂາທິການໃຫຍ່ອາຊຽນ 2020 (ພາບ: TTXVN)
              ຕອນເຊົ້າວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມສໍາມະນາຂັ້ນສູງ ກ່ຽວກັບການຊຸກຍູ້ດ້ານການຄ້າ - ການລົງທຶນພາຍໃນກຸ່ມ ເພື່ອອາຊຽນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.  ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ເລຂາທິການໃຫຍ່ອາຊຽນ 2020 ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ, ທ່ານຫວູໂຮ່ ຫົວໜ້າກົມອາຊຽນ ສັງກັດກະຊວງການຕ່າງປະເທດຫວຽດນາມ ຖືວ່າ: ບັນດາການຫັນປ່ຽນທີ່ບໍ່ເຄີຍມີມາກ່ອນຂອງສະພາບການເສດຖະກິດໂລກ, ບັນດາຄວາມກ້າວໜ້າຂອງເຕັກໂນໂລຢີ ໄດ້ນໍາມາເຊິ່ງຄວາມສາມາດບ່ົມຊ້ອນອັນໃຫຍ່ຫຼວງ ໃຫ້ແກ່ສັນຕິພາບ ແລະ ພັດທະນາແບບຍືນຍົງ ກໍຄືການເຊື່ອມໂຍງທາງດ້ານເສດຖະກິດ ຢ່າງເລິກເຊິ່ງກວ້າງຂວາງ.  ບັນດາປະເທດ ກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍຢ່າງໃຫຍ່ຫຼວງ, ນັ້ນແມ່ນ ທ່າອ່ຽງແກ້ງແຍ້ງກັນ ແລະ ຕ້ານໂລກາພິວັດ.
        ຕາມທ່ານ ຫວູໂຮ່ແລ້ວ, ການເພີ່ມທະວີເສດຖະກິດພາຍໃນກຸ່ມ ແລະ ການລົງທຶນຈະປະກອບສ່ວນຫັນບັນດາບຸລິມະສິດຂອງ ອາຊຽນ ໃນໄລຍະຈະມາເຖິງ ໃຫ້ປະກົດຜົນເປັນຈິງ, ໃນກອງປະຊຸມສໍາມະນາຄັ້ງນີ້ ຈະມີການສະເໜີ, ສະເໜີແນະກ່ຽວກັບນະໂຍບາຍທີ່ເປັນປະໂຫຍດໃຫ້ແກ່ການເຊື່ອມໂຍງເສດຖະກິດໃນພາກພື້ນ.
            ສ່ວນທ່ານ ເຈິ່ນກວ໊ກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ເນັ້ນໜັກວ່າ ໃນສະພາບການເພີ່ມທະວີີການອາລັກຂາການຄ້ານັ້ນ, ອາຊຽນ ຕ້ອງເພີ່ມທະວີລັກສະນະເອກະພາບ ແລະ ຮັກສາຄວາມສະໜິດຕິດພັນ ເພື່ອຜ່ານຜ່າສິ່ງທ້າທາຍນາໆປະການ.  
 (ແຫຼ່ງຄັດຈາກ VOV)

top