ວັນທີ 23 ກຸມພາ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ ພ້ອມກັບຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ ໄດ້ສົມທົບກັນ ຈັດກອງປະຊຸມຖະແຫຼງຂ່າວທາງໄກ ແນະນຳປີ ທ່ອງທ່ຽວ ແຫ່ງຊາດ - ກ໋ວາງນາມ 2022 ໂດຍມີການເຊື່ອມຕໍ່ລະຫວ່າງສອງສະຖານທີ່ຢູ່ຮ່າໂນ້ຍ ແລະ ກ໋ວາງນາມ.

ກອງປະຊຸມຖະແຫຼງຂ່າວຢູ່ ຮ່າໂນ້ຍ (ພາບ: TTXVN)
ປີ ທ່ອງທ່ຽວແຫ່ງຊາດ 2022 ດ້ວຍຫົວຂໍ້ “”ກ໋ວາງນາມ - ສະຖານທີ່ທ່ອງທ່ຽວຂຽວ” ລວມມີ 192 ເຫດການ, ການເຄື່ອນໄຫວ; ໃນນັ້ນມີ 10 ກິດຈະກຳລະດັບຊາດ ໂດຍກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ, ບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງຈັດຂຶ້ນ. ແຂວງກ໋ວາງນາມເປັນປະທານ ຈັດ 62 ເຫດການ, ການເຄື່ອນໄຫວທີ່ເປັນເອກະລັກຕາມ 6 ລາຍການເຊິ່ງຈະດຳເນີນຕະຫຼອດປີ 2022, ພ້ອມກັນນັ້ນແມ່ນບັນດາເຫດການຕອບສະໜອງປີທ່ອງທ່ຽວແຫ່ງຊາດ - ກ໋ວາງນາມ 2022 ໂດຍ 40 ແຂວງ, ນະຄອນ ຂຶ້ນກັບສູນກາງຈັດຕັ້ງ. ບັນດາການເຄື່ອນໄຫວຕົ້ນຕໍຂອງປີທ່ອງທ່ຽວ ແຫ່ງຊາດ 2022 ລ້ວນແຕ່ສະແດງອອກໃຫ້ເຫັນກ່ຽວກັບສີສັນຂອງການທ່ອງທ່ຽວຂຽວ, ປອດໄພ, ສີວິໄລ ແລະ ເປັນມິດ, ມຸ່ງໄປເຖິງຕະຫຼາດແຂກທ່ອງທ່ຽວສາກົນ ແລະ ພາຍໃນປະເທດ ທີ່ເປັນຫຼາຍຮູບຫຼາຍແບບ.
(ແຫຼ່ງຄັດຈາກ VOV)