ຂ່າວສານ

ປີ 2023, ຫວຽດ​ນາມ ວາງ​ຄາດ​ໝາຍ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 8 ລ້ານ​ເທື່ອ​ຄົນ

ປີ 2023, ຂະແໜງການທ່ອງທ່ຽວ ຫວຽດນາມ ວາງຄາດໝາຍສູ້ຊົນຕ້ອນຮັບແຂກທ່ອງທ່ຽວ 110 ລ້ານຄົນ, ໃນນັ້ນ ແຂກທ່ອງທ່ຽວສາກົນປະມານ 8 ລ້ານເທື່ອຄົນ.
  ແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ໃນເດືອນ ທັນວາ 2022 ແມ່ນບັນລຸກວ່າ 700.000 ເທື່ອຄົນ  

ຕາມຕົວເລກຂອງກົມໃຫຍ່ສະຖິຕິໄດ້ປະກາດໃນວັນທີ 29 ທັນວາ ຢູ່ຮ່າໂນ້ຍ, ແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ໃນເດືອນ ທັນວາ 2022 ແມ່ນບັນລຸກວ່າ 700.000 ເທື່ອຄົນ, ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ເດືອນພະຈິກ. ໄລ່ສະເລ່ຍໃນປີ 2022, ແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸກວ່າ 3,66 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 23,3 ເທົ່າເມື່ອທຽບໃສ່ປີ 2021.

ຕາມກົມໃຫຍ່ທ່ອງທ່ຽວແລ້ວ, ປີ 2023, ຂະແໜງການທ່ອງທ່ຽວ ຫວຽດນາມ ວາງຄາດໝາຍສູ້ຊົນຕ້ອນຮັບແຂກທ່ອງທ່ຽວ 110 ລ້ານຄົນ, ໃນນັ້ນ ແຂກທ່ອງທ່ຽວສາກົນປະມານ 8 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດແມ່ນປະມານ 102 ລ້ານເທື່ອຄົນ. ລວມຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸປະມານກວ່າ 27,4 ຕື້ USD.

ປີ 2023, ຂະແໜງທ່ອງທ່ຽວ ຈະສຸມໃສ່ການປະກາດ “ວາງກຳນົດຜັງລະບົບທ່ອງທ່ຽວ ຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດປີ 2045” ພາຍຫຼັງທີ່ໄດ້ຮັບການອະນຸມັດຜ່ານຈາກລັດຖະບານ.

 


top