ຂ່າວສານ

ປີ 2023, ກະສິກຳມຸ່ງໄປເຖິງການເຕີບໂຕມີຄຸນນະພາບ, ປະສິດທິຜົນ

ການເຕີບໂຕ 3,36% ແມ່ນລະດັບສູງສຸດໃນຫຼາຍປີມານີ້; ວົງເງິນສົ່ງອອກ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງທົ່ວຂະແໜງບັນລຸກວ່າ 53 ຕື້ USD ດ້ວຍສ່ວນເກີນການຄ້າກວ່າ 8,5 ຕື້ USD.
  ທີ່ກອງປະຊຸມຖະແຫຼງຂ່າວ  

ນີ້ແມ່ນຂໍ້ມູນຂ່າວເຊິ່ງໄດ້ປະກາດທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນວຽກງານປີ 2022 ແລະ ໜ້າທີ່ຈຸດສຸມໃນປີ 2023 ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ເຊິ່ງຈັດຂຶ້ນໃນວັນທີ 30 ທັນວາ, ຢູ່ ຮ່າໂນ້ຍ.

ທີ່ກອງປະຊຸມຖະແຫຼງຂ່າວ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ ຢືນຢັນວ່າ, ບົນພື້ນຖານຜົນສຳເລັດຂອງປີ 2022, ຂະແໜງກະສິກຳຈະສືບຕໍ່ເສີມຂະຫຍາຍທ່າແຮງດ້ານຜະລິດຕະພັນກະເສດ ແລະ ເປີດປະຕູສູ່ຫຼາຍຕະຫຼາດໃນປີ 2023.

“ບັນດາຕົວເລກເຕີບໂຕ ແລະ ໂຄງປະກອບຕະຫຼາດສະແດງໃຫ້ເຫັນການຫັນຈາກການຜະລິດກະສິກຳ ໄປສູ່ເສດຖະກິດຢ່າງຈະແຈ້ງ. ພື້ນຖານກະສິກຳພວມຫັນຈາກ “ສີໝາກກະເບົາໄປສູ່ສີຂຽວ”. ໃນນັ້ນ, ຄວບຄຸມການນຳໃຊ້ຢາຂ້າສັດຕູພືດຢູ່; ຄວບຄຸມປະລິມານຝຸ່ນເຄມີຢ່າງແໜ້ນແຟ້ນ”.

ປີ 2023, ຄາດຄະເນວ່າ ພື້ນຖານເສດຖະກິດ, ໃນນັ້ນມີກະສິກຳ, ສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ວາງອອກເປົ້າໝາຍບັນລຸການເຕີບໂຕ GDP ທົ່ວຂະແໜງໃຫ້ໄດ້ 3%; ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳບັນລຸ 54 ຕື້ USD.


top